ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer (ພາບ: TTXVN) |
ວັນທີ 01 ມັງກອນ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ໂຄງການສ້າງຕັ້ງປະເທດຄືນໃໝ່, ທ່ານເນັ້ນໜັກເຖິງການປ່ຽນແປງໃນປີ 2025, ໃນສະພາບການລັດຖະບານຂອງທ່ານ ພວມປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກໃນ 6 ເດືອນທຳອິດທີ່ຂຶ້ນກຳອຳນາດ.
ໃນສານປີໃໝ່ 2025, ທ່ານນາຍົກລັດຖະມົນຕີ Keir Starmer ຊີ້ແຈ້ງວ່າ ປີ 2025 ຈະແມ່ນປີສ້າງສາປະເທດຄືນໃໝ່, ພ້ອມທັງປຽບທຽບບັນດາຄວາມມານະພະຍາຍາມຄືແນວນັ້ນຂອງພັກແຮງງານ ປຽບເໝືອນຄວາມມານະພະຍາຍາມສ້າງສາປະເທດຄືນໃໝ່ ພາຍຫຼັງສົງຄາມໂລກຄັ້ງທີ 2.
ກ້າວເຂົ້າສູ່ປີໃໝ່ 2025, ລັດຖະບານຂອງທ່ານນາຍົກລັດຖະມົນຕີ Keir Starmer ຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ, ລວມມີ ກຳລັງກົດດັນນັບມື້ນັບເພີ່ມຂຶ້ນຂອງການບໍລິການສາທາລະນະສຸກແຫ່ງຊາດໃນລະດູໜາວ, ສະພາວະເກີນຂອບຂະໜາດຢູ່ຄຸກ ແລະ ກະແສຊາວອົບພະຍົບຂ້າມຊ່ອງແຄບທະເລ Manche ດ້ວຍເຮືອນ້ອຍ ເພື່ອໄປຍັງ ອັງກິດ. ໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດ ເຊິ່ງລັດຖະບານ ອັງກິດ ຕ້ອງປະເຊີນໜ້າ ນັ້ນແມ່ນ ຟື້ນຟູທ່າເຕີບໂຕເສດຖະກິດທີ່ພວມຊັກຊ້າ.

