ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ (ພາບ: TTXVN) |
ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ອາຊຽນ ສືບຕໍ່ແລກປ່ຽນກ່່ຽວກັບການເຄື່ອນໄຫວ ຈະມາເຖິງຂອງ ຄະນະກໍາມະການ ເຊິ່ງລວມມີ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ກຸ່ມບໍລິສັດ Simwave ຂອງບັນດາ ເອກອັກຄະລັດຖະທູດ, ການພົບປະລະຫວ່າງບັນດາເອກອັກຄະລັດຖະທູດ ອາຊຽນ, ບັນດາເອກອັກຄະລັກຖະທູດ ອາຊີ ກັບ ລັດຖະມົນຕີພື້ນຖານໂຄງລ່າງ ໂຮນລັງ ໃນເດືອນ ຕຸລາ 2018, ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການພົວພັນລະຫວ່າງ EU – ASEAM ກັບກຸ່ມບັນດາປະເທດ EU ຢູ່ໂຮນລັງ ໃນເດືອນພະຈິກ 2018. ໄປຄຽງຄູ່ກັນນັ້ນ,ກອງປະຊຸມກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ເມື່ອສິ້ນສຸດກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ໄດ້ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

