ພິທີປະກາດມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສ້າງນະຄອນ ໂດງຈ່ຽວ (ແຂວງ ກ໋ວາງນິງ)

ພາຍຫຼັງ 10 ປີໄດ້ສ້າງຕັ້ງຕາແສງ, ໂດງຈ່ຽວໄດ້ປະຕິບັດສຳເລັດບັນດາດັດຊະນີ ແລະ ກາຍເປັນນະຄອນແຫ່ງທີ 5 ຂຶ້ນກັບແຂວງ ກ໋ວາງນິງ, ກ່ອນນັ້ນ 1ປີເມື່ອທຽບໃສ່ໜ້າທີ່ທີ່ໄດ້ວາງອອກ. ໃນຊຸມປີຜ່ານມາ, ເສດຖະກິດຂອງນະຄອນໄດ້ເຕີບໂຕຢ່າງຕໍ່ເນື່ອງ, ຮັກສາຢູ່ລະດັບກ່ວາ 14%, ມາດຕະຖ່ວງອຸດສາຫະກຳ ແລະ ການບໍລິການກວມເອົາ 95,9% ແລະ ຢັ້ງຢືນບົດບາດກຳລັງໜູນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ກ໋ວາງນິງ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກວ່າ 8.800 USD/ປີ. ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ:

ເລື່ອງ ໂດງຈ່ຽວໄດ້ຍົກລະດັບ, ກາຍເປັນນະຄອນຂຶ້ນກັບແຂວງບໍ່ພຽງແຕ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງສູນກາງຕໍ່ຖານະບົດບາດ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາຂອງທ້ອງຖິ່ນເທົ່ານັ້ນ ຫາກຍັງແມ່ນກຳລັງໜູນຮຽກຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ໂດງຈຽວສືບຕໍ່ເສີມຂະຫຍາຍ ມູນເຊື້ອອົງອາດກ້າຫານ, ນ້ຳໃຈສາມັກຄີ, ການປ່ຽນແປງໃໝ່ ຢ່າງປະດິດຄິດສ້າງ ແລະ ຄວາມມຸ່ງຫວັງພັດທະນາຢ່າງແຮງກ່ວາເພື່ອປັບປຸງບົດບາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ, ຮັບປະກັນບົດບາດເຊື່ອມຕໍ່ເຂດ.