(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບທ່ານ António Guterres ເລຂາທິການໃຫຍ່ສະຫະປະຊາຊາດ ເດີນທາງອອກຈາກ ຮ່າໂນ້ຍ ຂົ້າຮ່ວມກອງປະຊຸມ ອາຊຽນ ຄັ້ງທີ 47)

ຕອນຄ່ຳວັນທີ 25 ຕຸລາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ໄປຍັງ ມາເລເຊຍ ເຂົ້າຮ່ວມກອງປະຊຸມ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ແຕ່ວັນທີ 25 – 28 ຕຸລາ ຕາມຄຳເຊີນຂອງ ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ - ປະເທດປະທານ ອາຊຽນ 2025. ຮຸ່ງເຊົ້າວັນທີ 26 ຕຸລາ, ຄະນະຜູ້ແທນໄດ້ເດີນທາງໄປຮອດນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ.

ຄາດວ່າ, ໃນ 3 ວັນຢູ່ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ບັນດາກອງປະຊຸມໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ 47; ເຂົ້າຮ່ວມພິທີມອບລາງວັນ ອາຊຽນ ແລະ ພິທີລົງນາມຖະແຫຼງການຮັບ Timor- Leste ເຂົ້າເປັນສະມາຊິກ ອາຊຽນ; ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງ ອາຊຽນ ກັບບັນດາຄູ່ຮ່ວມມື ອາເມລິກາ, ຈີນ, ອິນເດຍ, ນິວຊີແລນ, ສະຫະປະຊາຊາດ…

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ຈະພົບປະ 2 ຝ່າຍກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ໄປເຂົ້າຮ່ວມກອງປະຊຸມ ແລະ ເຂົ້າຮ່ວມການເຄື່ອນໄຫວສຳຄັນອື່ນໆ.