(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ) |
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Lula da Silva, ຕອນບ່າຍວັນທີ 04 ກໍລະກົດ (ຕາມເວລາ ຮ່າໂນ້ຍ), ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກສະໜາມບິນສາກົນ ໂນ້ຍບາຍ, ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງປີ 2025 ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ສ.ສະຫະພັນ ບຣາຊິນ ແຕ່ວັນທີ 04 – 08 ກໍລະກົດ.
ກອງປະຊຸມສຸດຍອດ BRICS ປີນີ້ມີຫົວຂໍ້ “ຊຸກຍູ້ການຮ່ວມມືຝ່າຍໃຕ້ ເພື່ອການບໍລິຫານກວມລວມ ແລະ ຍືນຍົງ”, ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍສຳຄັນ, ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ 20 ປະເທດ, ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳຂອງຫຼາຍອົງການຈັດຕັ້ງສາກົນ. ນີ້ແມ່ນຄັ້ງທຳອິດ ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະທານຄູ່ຮ່ວມມືທີ່ກອງປະຊຸມສຸດຍອດ BRICS.
ການໄປປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ກໍ່ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ. ນີ້ຈະແມ່ນໂອກາດເພື່ອໃຫ້ການນຳ 2 ທ່ານແລກປ່ຽນກ່ຽວກັບການກຳນົດທິດໃຫຍ່ ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ກະສິກຳ, ປະຕິບັດແຜນນະໂຍບາຍຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ ໃນສະພາບທີ່ການຄ້າທົ່ວໂລກມີການຜັນແປຫຼາຍຢ່າງຄືໃນປະຈຸບັນ.

