(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຕ້ອບຮັບທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) |
ວັນທີ 25 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອບຮັບທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ແລະ ຄະນະປະຕິບັດງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ WIPO ຍູ້ແຮງການໃຫ້ຄຳປຶກສາ, ໜູນຊ່ວຍ, ຮ່ວມມື ເພື່ອໃຫ້ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຊັບສິນທາງປັນຍາ; ຊຸກຍູ້ການຫັນບັນດາໝາກຜົນການຄົ້ນຄວ້າ ແລະ ພັດທະນາເປັນການຄ້າ; ສ້າງ ແລະ ພັດທະນາບັນດາເຂດອຸດສາຫະກຳ - ການບໍລິການ - ເຂດຕົວເມືອງ - ເຕັກໂນໂລຊີສູງ…
ສ່ວນທ່ານ Daren Tang ໃຫ້ຮູ້ວ່າ ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍ ຫວຽດນາມ ສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍໃຫ້ສົມບູນແບບ; ສ້າງບັນດາເຄື່ອງມື, ດັດຊະນີຕີລາຄາກ່ຽວກັບການປະກອບສ່ວນຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ; ຊຸກຍູ້ການເຄື່ອນໄຫວຫັນໝາກຜົນການຄົ້ນຄວ້າເປັນການຄ້າ ເພື່ອນຳມາເຊິ່ງປະສິດທິຜົນ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ…

