(ທະຫານຊາຍແດນ ຫາຍຟ່ອງ ໜູນຊ່ວຍປະຊາຊົນຍົກຍ້າຍເຮືອ)

ໃນໂທລະເລກສະບັບເລກທີ 171 ລົງວັນທີ 23 ກັນຍາ 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງ, ປະທານບັນດາແຂວງ, ນະຄອນຈາກ ກວາງງ້າຍ ຂຶ້ນໄປທາງພາກເໜືອເປັນເຈົ້າການຮັບມືກັບພາຍຸຢູ່ລະດັບສູງສຸດ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ກະທັນຫັນ, ວາງເປົ້າໝາຍຮັບປະກັນຄວາມປອດໄພທາງຊີວິດອິນຊີໃຫ້ແກ່ປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ. ບັນດາທ້ອງຖິ່ນຢູ່ເຂດແຄມທະເລຈາກ ກວາງນິງ ໄປຮອດ ແທັງຮວາ (ເຂດທີ່ຄາດວ່າອາດຈະເກີດລົມພັດແຮງ) ຕ້ອງກວດຄືນວິທີການ, ກຽມພ້ອມຍົກຍ້າຍປະຊາຊົນກ່ອນທີ່ພາຍຸຈະພັດຖະຫຼົ່ມເຂົ້າ, ຜັນຂະຫຍາຍວຽກງານກູ້ໄພກູ້ຊີບເມື່ອມີສະພາບການຮ້າຍແຮງເກີດຂຶ້ນ…

ທ່ານພັນເອກ ເຈິ່ນເຕິນ, ຮອງຫົວໜ້າຜູ້ບັນຊາການ, ກອງບັນຊາການກອງທັບຊາຍແດນ ຫາຍຟ່ອງ, ໃຫ້ຮູ້ວ່າ:

“ປະຈຸບັນ, ພວກຂ້າພະເຂົ້າໄດ້ຮັກສາການປະຈຳການ 100%, ກຽມພ້ອມ ເມື່ອມີຄຳສັ່ງແມ່ນຈະຜັນຂະຫຍາຍລົງບັນດາກົມກອງເພື່ອເປັນພື້ນຖານໃຫ້ກອງບັນຊາແນວໜ້າ, ເປັນເສນາທິການໃຫ້ທ້ອງຖິ່ນພ້ອມກັບກົມກອງຜັນຂະຫຍາຍຄວາມຮຽກຮ້ອງ ແລະ ກຳແໜ້ນສະພາບການຈຳນວນພາຫະນະເຂົ້າໄປບໍລິເວນ. ພາຍຫຼັງພາຍຸພັດເຂົ້າ, ພວກຂ້າພະເຈົ້າກໍ່ຈະສືບຕໍ່ເພີ່ມທະວີກຳລັງເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາທ້ອງຖິ່ນ”.

ສ່ວນຢູ່ແຂວງ ກວາງນິງ, ທາງແຂວງກໍ່ໄດ້ອອກຄຳສັ່ງຫ້າມອອກທະເລນັບແຕ່ຕອນເຊົ້າມື້ນີ້.