(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະ) |
ຕອນບ່າຍວັນທີ 09 ຕຸລາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ ນາຍົກລັດຖະມົນຕີພົບປະກັບຜູ້ຕາງໜ້າວິສາຫະກິດ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ (13 ຕຸລາ).
ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍົກອອກຕົວຢ່າງຈຳນວນໜຶ່ງກ່ຽວກັບບັນດາກິດຈະກຳພົ້ນເດັ່ນຂອງບັນດາວິສາຫະກິດ ຫວຽດນາມ ໃນໄລຍະຜ່ານມາ, ພ້ອມກັບບັນດາຜົນງານດ້ານກະສິກຳທີ່ພົ້ນເດັ່ນ; ທ່ານຢືນຢັນວ່າ ບັນດາວິສາຫະກິດ ແລະ ນັກທຸລະກິດ ຫວຽດນາມ ພວມນັບມື້ນັບເຕີບໃຫຍ່, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາໃນທຸກດ້ານຂອງປະເທດຊາດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາວິສາຫະກິດ, ນັກທຸລະກິດ ສືບຕໍ່ເສີມຂະຫຍາຍຈິດໃຈເຊື່ອໝັ້ນຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການເພື່ອມີບັນດາບາດກ້າວທີ່ຍາວໄກກວ່າ, ພ້ອມກັນນັ້ນ, ລັດ ກໍ່ຕ້ອງເປີດອອກກົນໄກເພື່ອເສີມຂະຫຍາຍຄວາມສາມາດ, ກຳລັງບົ່ມຊ້ອນການປະດິດຄິດສ້າງ ແລະ ການອຸທິດສ່ວນຂອງບັນດານັກທຸລະກິດໃຫ້ໄດ້ຫຼາຍທີ່ສຸດ.

