(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມສູນ e-Estonia)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ແອັດໂຕເນຍ, ຕອນເຊົ້າວັນທີ 06 ມິຖຸນາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສູນ e-Estonia - ສັນຍາລັກຂອງລັດຖະບານດີຈີຕອນແຖວໜ້າໂລກ.

ຜູ້ຕາງໜ້າສູນ e-Estonia ໄດ້ແນະນຳໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ກ່ຽວກັບພື້ນຖານດີຈີຕອນ X-Road. ນີ້ແມ່ນພື້ນຖານສະສົມບໍ່ລວມສູນ, ອະນຸຍາດໃຫ້ອົງການລັດ ແລະ ອົງການພາກເອກະຊົນກວ່າ 1.000 ແຫ່ງ ແລກປ່ຽນຂໍ້ມູນຢ່າງປອດໄພ ແລະ ມີປະສິດທິຜົນ.

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍ່ໄດ້ຮັບຟັງບັນດາຂໍ້ສະເໜີການຫັນເປັນດີຈີຕອນໃນໂຮງຮຽນ, ຄື: ພື້ນຖານໂຄງລ່າງການຮ່່ຳຮຽນທາງອອນລາຍ, ລະບົບຕີລາຄາດີຈີຕອນ; ໃນຂົງເຂດສາທາລະນະສຸກ, ຄື: ສຳເອົາເອກະສານດ້ານສຸຂະພາບ, ໃບຢາເອເລັກໂຕນິກ…