ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ຄັ້ງທີ 21 ດ້ວຍຖານະເປັນປະເທດປະສານງານການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ຂໍ້ສັງເກດວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ຍີ່ປຸ່ນ ໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າທັງ 03 ເສົາຄໍ້າການຮ່ວມມືເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການຄ້າ - ການລົງທຶນ ແລະ ມຸ່ງໄປເຖິງປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງຄໍາໝັ້ນສັນຍາ ຂອງ ອາຊຽນ ແລະ ຫວຽດນາມ ໃນການຊຸກຍູ້ ແລະ ຍົກລະດັບຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ຍີ່ປຸ່ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງແຕ່ລະຝ່າຍ ກໍຄືຂອງພາກພື້ນ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21 (ພາບ: TTXVN) |
ສ່ວນຝ່າຍຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Shinzo Abe ເຫັນດີ ເພີ່ມທະວີການຮ່ວມມືຮອບດ້ານກັບ ອາຊຽນ, ສະໜັບສະໜູນບົດບາດເປັນໃຈກາງ ແລະ ບັນດາຄວາມມານະພະຍາຍາມຊຸກຍູ້ການຮ່ວມມື, ຮ່ວມສໍາພັນໃນພາກພື້ນຂອງອາຊຽນ. ທ່ານ Shinzo Abe ເນັ້ນໜັກວ່າ ອາຊຽນ ແລະ ຍີ່ປຸ່ນ ຄວນມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງລະບົບການຄ້າຫຼາຍຝ່າຍເປີດກວ້າງແບບເສລີ, ຍຸຕິທໍາ ແລະ ອີງໃສ່ລະບຽບກົດໝາຍ. ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານ Shinzo Abe ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ, ຄວາມເສລີ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ.
ສິ້ນສຸດກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 21, ບັນດາການນໍາອາຊຽນ - ຍີ່ປຸ່ນ ເຫັນດີເປັນເອກະພາບ ຮັບຮອງເອົາຖະແຫຼງການ 45 ປີ ແຫ່ງວັນສະເຫຼີມສະຫຼອງ ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ອາຊຽນ - ຍີ່ປຸ່ນ.
ແລະກໍໃນວັນດຽວກັນ, ທີ່ກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ຄັ້ງທີ 3, ບັນດາປະເທດອາຊຽນ ແລະ ລັດເຊຍ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດ ຄື ການຄ້າການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ, ກະສິກໍາ, ພະລັງງານ, ຮັບມືກັບໄພພິບັດທໍາມະຊາດ, ສາທາລະນະສຸກ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ, ການປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ... ສອງຝ່າຍຕັດສິນໃຈຍົກລະດັບການພົວພັນລະຫວ່າງອາຊຽນ - ລັດເຊຍ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮັບຮອງເອົາຖະແຫຼງການຮ່ວມ ອາຊຽນ - ລັດເຊຍ ກ່ຽວກັບຄູ່ຮ່ວມມືຍຸດທະສາດ ກໍຄື ຖະແຫຼງການ ອາຊຽນ - ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດຄວາມໝັ້ນຄົງ ດ້ວຍການນໍາໃຊ້ເຕັກໂນໂລຢີຂໍ້ມູນຂ່່າວສານ ແລະ ການຕິດຕໍ່ເນື່ອງພົວພັນໃນໂອກາດນີ້.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ລັດເຊຍ ຄັ້ງທີ 3 (ພາບ: Chinhphu.vn). |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ ສະແດງຄວາມປາດຖະໜາຢາກໃຫ້ລັດເຊຍສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ, ຄວບຄຸມ, ຫຼີກລ້ຽງການເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ, ປະຕິບັດ DOC ຢ່າງຄົບຖ້ວນ ແລະເຈລະຈາ COC ໃຫ້ແທດຈິງ ແລະ ມີປະສິດທິຜົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


