(ຫຼາຍເຂດຢູ່ຕາແສງ ເຕິນກວາງ, ທາຍງວຽນ ຖືກນ້ຳແກ່ງຖ້ວມ)

ໂດຍໄດ້ຮັບຂ່າວວ່າ ມີແຂວງທາງພາກເໜືອ, ພາກກາງຂອງ ຫວຽດນາມ ຈຳນວນໜຶ່ງ ຖືກຜົນສະທ້ອນຢ່າງຮ້າຍແຮງຈາກພະຍຸ ບົວລອຍ ນັ້ນ, ວັນທີ 03 ຕຸລາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ.

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈທີ່ສຸດເຖິງລັດຖະບານ, ປະຊາຊົນ ຫວຽດນາມ ແລະ ພິເສດແມ່ນບັນດາຄອບຄົວທີ່ມີຍາດຕິພີ່ນ້ອງເສຍຊີວິດ. ທ່ານເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ປະຊາຊົນ ຫວຽດນາມ ຈະຜ່ານຜ່າໄລຍະທີ່ຫຍຸ້ງຍາກ, ສິ່ງທົດສອບນີ້ໄປໄດ້ຢ່າງເຂັ້ມແຂງ.