(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປກວດກາ, ເຮັດວຽກກັບການນຳນະຄອນ ເຫ້ວ)

ຕອນບ່າຍວັນທີ 28 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໄປກວດກາ, ເຮັດວຽກກັບການນຳນະຄອນ ເຫ້ວ ກ່ຽວກັບວຽກງານຮັບມືກັບຝົນຕົກ, ນ້ຳຖ້ວມຄັ້ງໃຫຍ່ ເກີດຂຶ້ນຢູ່ບໍລິເວນແຕ່ວັນທີ 25 – 28 ຕຸລາ.

ທີ່ການເຮັດວຽກ, ທ່ານ ຟານທຽນດິ້ງ, ປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ ໃຫ້ຮູ້ວ່າ, ຕາມການສະຖິຕິໃນເບື້ອງຕົ້ນ, ມີຜູ້ເສຍຊີວິດ 1 ຄົນ, ຜູ້ຫາຍສາບສູນ 1 ຄົນ, ກວ່າ 200.000 ຄອບຄົວບໍ່ມີໄຟຟ້າໃຊ້ຊົ່ວຄາວ. ກຳລັງປະກອບອາວຸດໄດ້ລະດົມພະນັກງານ, ນັກຮົບເກືອບ 3.000 ຄົນ ແລະ ພະນັກງານຕຳຫຼວດ 2.000 ຄົນ ພ້ອມກັບທະຫານລາດ, ສະມາຊິກຊາວໜຸ່ມນັບໝື່ນເທື່ອຄົນເຂົ້າຮ່ວມການຍົກຍ້າຍປະຊາຊົນ, ກູ້ໄພກູ້ຊີບ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ທ້ອງຖິ່ນ ສືບຕໍ່ເສີມຂະຫຍາຍຈິດໃຈນີ້, ກະກຽມໃຫ້ແກ່ການຮັບມືກັບການຜັນແປຄັ້ງຕໍ່ໄປຂອງສະພາບຝົນຕົກ, ນ້ຳຖ້ວມທີ່ສັບສົນເຊິ່ງຈະແກ່ຍາວໃນ 2 – 3 ວັນຈະມາເຖິງ.

ໃນຂະນະນັ້ນ, ຢູ່ນະຄອນ ດ່ານັ້ງ, ໃນຊຸມມື້ຜ່ານມາ, ສະພາບນ້ຳແກ່ງຢູ່ບັນດາແມ່ນ້ຳຂຶ້ນສູງ, ກໍ່ໃຫ້ເກີດນ້ຳຖ້ວມຢູ່ເຂດຈາກນະຄອນ ດ່ານັ້ງ ໄປເຖິງບັນດາເຂດທາງທິດເໜືອແຂວງ ກວາງງ້າຍ, ມີເຮືອນນັບພັນຫຼັງຖືກນ້ຳຖ້ວມເລິກ.