(ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາສະພາບຕົວຈິງ) |
ຕໍ່ກັບຄວາມສ່ຽງຖືກນ້ຳຖ້ວມ, ນ້ຳໄຫຼຊຸຢູ່ບັນດາແຂວງ, ນະຄອນ ແຕ່ນະຄອນ ເຫ້ວ ໄປຮອດແຂວງ ແຄັງຮວ່າ, ຕອນຄ່ຳວັນທີ 18 ພະຈິກ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດສະພາບການດິນເຊາະເຈື່ອນຕົວຈິງ ແລະ ຊີ້ນຳປະຕິບັດວຽກງານຮັບມືກັບສະພາບຝົນຕົກ, ນ້ຳຖ້ວມຢູ່ແຂວງ ແຄງຮວ່າ ຢ່າງຮີບດ່ວນ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຕ້ອງລະດົມກຳລັງ, ພາຫະນະຢ່າງສຸດຂີດ, ສົມທົບກັນເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາໃຫ້ໄວທີ່ສຸດໃນ 2 ມື້ຈະມາເຖິງ, ຮັບປະກັບຄວາມປອດໄພໃຫ້ແກ່ປະຊາຊົນ ກໍຄືກຳລັງປະຕິບັດໜ້າທີ່ຢ່າງເດັດຂາດ.
“ຊັ່ງຊາວິວັດການເຄື່ອນໄຫວຂອງໜອງເກັບນ້ຳໃຫ້ລະອຽດ, ສຸມໃສ່ຮັບປະກັນຄວາມປອດໄພ. ສະເໜີໃຫ້ທາງແຂວງ ຈັດແບ່ງວຽກງານບັນດາຄະນະປະຕິບັດງານຕ້ອງລົງຮາກຖານຕົວຈິງ, ຊີ້ນຳນຳພາ, ຮັບມືຢ່າງທັນການ. ຄາດວ່າ ໃນ 2 ມື້ຈະມາເຖິງຈະສືບຕໍ່ເກີດຝົນຕົກໜັກ”.
ເນື່ອງໃນໂອກາດນີ້, ທ່ານກໍ່ມອບເງິນຈາກແຫຼ່ງງົບປະມານສຳຮອງຂອງສູນກາງປີ 2025 ຈຳນວນ 50 ຕື້ດົ່ງ, ໜູນຊ່ວຍງົບປະມານໃຊ້ຈ່າຍຮີບດ່ວນໃຫ້ແຂວງ ແຄງຮວ່າ ເພື່ອແກ້ໄຂຜົນເສຍຫາຍທີ່ຕາມມາຍ້ອນຝົນຕົກ, ນ້ຳຖ້ວມ

