ທ່ານຮອງປະທານປະເທດ ນາງ ວໍ້ທິແອັງຊວັນ ທີ່ກອງປະຊຸມ(ພາບ: TTXVN)
|
ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2025 ດ້ວຍຫົວຂໍ້ “ແມ່ຍິງ: ຟື້ນຟູຄຸນຄ່າໃນຍຸກສະໄໝດີຈີຕອນ” ໄດ້ໄຂຂຶ້ນໃນວັນທີ 03 ກໍລະກົດ, ຢູ່ນະຄອນຫຼວງ ແບັກແລັງ, ສະຫະພັນ ເຢຍລະມັນ. ທ່ານຮອງປະທານປະເທດ ຫວຽດນາມ ນາງ ວໍທິແອັງຊວັນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ.
ທີ່ກອງປະຊຸມ, ທ່ານຮອງປະທານປະເທດ ນາງ ວໍ້ທິແອັງຊວັນ ໄດ້ຍົກອອກບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຢືນຢັນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແມ່ນບັນດາຄຳໝັ້ນສັນຍາສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ເລື່ອງພຽງໃນ 2 ປີ, ແຕ່ປີ 2022 ຮອດປີ 2024, ຫວຽດນາມ ໄດ້ເລື່ອນຂຶ້ນ 11 ຂັ້ນ ແລະ ປະຈຸບັນ ພວມໃນອັນດັບທີ 72 ໃນຈຳນວນ 146 ປະເທດ ໃນຕາຕະລາງຈັດອັນດັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໄດ້ເປັນການພິສູດໃຫ້ຄຳໝັ້ນສັນຍາດັ່ງກ່າວ. ທ່ານນາງກໍ່ໄດ້ແບ່ງປັນກ່ຽວກັບຍຸດທະສາດການຫັນເປັນດີຈີຕອນຂອງ ຫວຽດນາມ, ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຈາກບັນດາຮູບແບບທີ່ບັນລຸຜົນສຳເລັດຂອງຕົນ.
ເນື່ອງໃນໂອກາດນີ້, ທ່ານຮອງປະທານປະເທດ ນາງ ວ້ໍທິແອັງຊວັນ ໄດ້ພົບປະແລກປ່ຽນກັບ ທ່ານຮອງນາຍົກລັດຖະມົນຕີ ເຢຍລະມັນ Lars Klingleil; ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ…

