ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: REUTERS/Evelyn Hockstein)

ຕອນເຊົ້າວັນທີ 24 ພະຈິກ (ຕາມເວລາ ອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ດຳເນີນການເຈລະຈາທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ. ພານຫຼັງການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາ ລົງສື່ສັງຄົມອອນໄລ Truth Social ວ່າ ການເຈລະຈາລະຫວ່າງການນຳສອງທ່ານ ໄດ້ດຳເນີນໄປ ດ້ວຍດີທີ່ສຸດ. ທ່ານ Donald Trump ໃຫ້ຮູ້ວ່າ ທ່ານເອງ ແລະ ທ່ານປະທານປະເທດ ຈີນ ສີຈິ້ງຜິງ ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ, ໄພຄ້າຂາຍ fentanyl ແລະ ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມຫຼາຍຢ່າງ ພ້ອມກັບຂໍ້ຕົກລົງສະບັບໜຶ່ງທີ່ມີຜົນປະໂຫຍດໃຫ້ແກ່ ຊາວກະສິກອນອາເມລິກາ, ທ່ານເນັ້ນໜັກວ່າ ການພົວພັນຂອງສອງປະເທດມີຄວາມແໜ້ນແຟ້ນທີ່ສຸດ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ໄດ້ຮັບຄຳເຊື້ອເຊີນຂອງທ່ານ ສິຈິ້ນຜິງ ໄປຢ້ຽມຢາມຈີນໃນເດືອນເມສາປີ 2026 ແລະ ທ່ານສີຈິ້ນຜິງ ຈະໄປຢ້ຽມຢາມ ອາເມລິກາ ໃນທ້າຍປີນີ້. ໃນຂະນະນັ້ນ, ຕາມສື່ມວນຊົນຈີນ, ທ່ານປະທານປະເທດ ຈີນສິຈິ້ນຜິງ ໄດ້ປຶກສາຫາລືກັບ ທ່ານປະທານາທິບໍດີ Donald Trump ກ່ຽວກັບບັນຫາ ໄຕຫວັນ. ກ່ຽວກັບການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ, ທ່ານສີຈິ້ນຜິງ ຢັ້ງຢືນວ່າ ຈີນສະໜັບສະໜູນທຸກຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຮັດແຄບຄວາມບໍ່ລົງລອຍກັນລົງ.