ທ່ານປະທານາທິບໍດີ ລັດເຊຍ Vladimir Putin(ພາບ: Sputnik/Alexander Kazakov/Pool/REUTERS)
|
ວັນທີ 27 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ, ລັດເຊຍ ພ້ອມແລ້ວຈະຈັດການເຈລະຈາສັນຕິພາບຮອບໃໝ່ກັບ ຢູແກຼນ, ອາດຈະຈັດຂຶ້ນຢູ່ Istanbul, ປະເທດ ຕວັກກີ, ເຖິງວ່າວັນເວລາ ແລະ ສະຖານທີ່ຍັງບໍ່ທັນໄດ້ເປັນເອກະພາບນຳກັນ.
ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Minsk (ເບລາຣຸດ) ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດ ອາຊີ - ເອີລົບ ຄັ້ງທີ 4, ທ່ານປະທານາທິບໍດີ ລັດເຊຍ ຖືວ່າ, ບັນດາການເຈລະຈາຄັ້ງຕໍ່ໄປຕ້ອງສຸມໃສ່ຂໍ້ຕົກລົງທີ່ໄດ້ສະເໜີແກ້ໄຂການປະທະກັນຢູ່ ຢູແກຼນ. ທ່ານກໍ່ໃຫ້ຮູ້ວ່າ, ມີຄວາມແຕກໂຕນຢ່າງໃຫຍ່ຫຼວງລະຫວ່າງບັນດາຂໍ້ສະເໜີທີ່ ລັດເຊຍ ແລະ ຢູແກຼນ ຍືນສະເໜີທີ່ບັນດາການເຈລະຈາກ່ອນນັ້ນ, ແຕ່ທ່ານສະແດງຄວາມຫວັງວ່າ ເລື່ອງເຊື່ອມຕໍ່ການໂອລົມສົນທະນາຈະຊ່ວຍຮັດແຄບໄລຍະຫວ່າງລະຫວ່າງ 2 ຝ່າຍ. ກໍ່ຕາມທ່ານແລ້ວ, ບັນດານັກເຈລະຈາຂອງ 2 ຝ່າຍຍັງຮັກສາການຕິດຕໍ່ສື່ສານເປັນປະຈຳ. ທ່ານໃຫ້ຮູ້ວ່າ, ລັດເຊຍ ໄດ້ກຽມພ້ອມມອບຊາກສົບຂອງນາຍທະຫານ ຢູແກຼນ ຕື່ມອີກ 3.000 ສົບ.

