ທ່ານ Donald Trump ປະທານາທິບໍດີ ອາເມລິກາ
(ພາບ: REUTERS/Evelyn Hockstein)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນທີ່ຈະເລີ່ມດຳເນີນການໄປປະຕິບັດງານຢູ່ 3 ປະເທດ ອາຊີ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະປະໜິປະນອມເພື່ອສາມາດບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ. ທ່ານກໍ່ຫວັງວ່າ ຝ່າຍ ຈີນ ຈະມີການກະທຳທີ່ຄ້າຍຄືກັນ ຖ້າບໍ່ຢາກຖືກຈັດວາງພາສີອາກອນສຳລັບສິນຄ້າທີ່ສົ່ງອອກໄປ ອາເມລິກາ ຕື່ມອີກ.

ທ່ານ Donald Trump ກໍ່ນາບຂູ່ວ່າຈະຈັດວາງອັດຕາພາສີ 100% ສຳລັບສິນຄ້າຂອງ ຈີນ ນັບແຕ່ເດືອນ ພະຈິກ ຖ້າຫາກວ່າປະເທດນີ້ບໍ່ຍົກເລີກບັນດາຂໍ້ຈຳກັດທີ່ເຄັ່ງຂັດສຳລັບການເຄື່ອນໄຫວສົ່ງອອກແຮ່ທາດດິນຫາຍາກຂອງປະເທດນີ້. ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະພົບປະກັບ ທ່ານ ສິຈິ້ນຜິງ ປະທານປະເທດ ຈີນ ຢູ່ນອກກອງປະຊຸມ APEC ທີ່ ສ.ເກົາຫຼີ ໃນອາທິດຈະມາເຖິງ.

ກໍ່ກ່ຽວຂ້ອງເຖິງບັນຫາພາສີອາກອນ, ທ່ານ Donald Trump ຈະເພີ່ມອັດຕາພາສີສຳລັບ ການາດາ ຕື່ມອີກ 10%.