(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ)

ຕອນເຊົ້າວັນທີ 22 ກັນຍາ (ຕາມເວລາ ຫວຽດນາມ), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນ ນິວຢອກ, ປະເທດ ອາເມລິກາ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ.

ຕາມແຜນການ, ທ່ານປະທານປະເທດ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ, ມີບັນດາບົດກ່າວປາໄສສຳຄັນທີ່ວາລະປຶກສາຫາລືລວມຂັ້ນສຸດຍອດຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ເຫດການຂັ້ນສູງທົ່ວໂລກພິເສດກ່ຽວກັບການກະທຳດິນຟ້າອາກາດ, ຜ່ານນັ້ນ ກໍ່ສົ່ງສານຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ພ້ອມກັນນັ້ນ, ທ່ານປະທານປະເທດ ຈະມີບັນດານພົບປະ 2 ຝ່າຍກັບການນຳອົງການຈັດຕັ້ງສາກົນ ແລະ ບັນດາປະເທດທີ່ເຂົ້າຮ່ວມສັບປະດາຂັ້ນສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຄັ້ງນີ້.