(ທີ່ການພົບປະສົນທະນາ)

ໃນຂອບເຂດການໄປປະຕິບັດງານຢູ່ ສ.ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025, ຕອນບ່າຍວັນທີ 30 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Gyeongju ສ.ເກົາຫຼີ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ດຳເນີນການພົບປະສົນທະນາກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung.

ທີ່ການພົບປະສົນທະນາ, ການນຳ 2 ທ່ານໄດ້ເຫັນດີສືບຕໍໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນຜ່ານຫຼາຍຊ່ອງທາງ, ສົມທົບກັນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ຊຸກຍູ້ການຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.

ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ 2 ຝ່າຍພ້ອມກັນສົມທົບກັນຜັນຂະຫຍາຍບັນດາມາດຕະການຢ່າງແທດຈິງ ປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 150 ຕື້ USD ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ, ຍືນຍົງ; ທ່ານຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ວະສາຫະກິດ ສ.ເກົາຫຼີ ອຸ່ນອຽນໃຈໄປລົງທຶນຢ່າງຍາວນານຢູ່ ຫວຽດນາມ.

ສ່ວນທ່ານປະທານາທິບໍດີ Lee Jae Myung ເນັ້ນໜັກວ່າ ສ.ເກົາຫຼີ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ເຫັນດີເປັນເອກະພາບການຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ພັດທະນາອຸດສາຫະກຳສຳຮອງຢູ່ ຫວຽດນາມ; ທ່ານປາດຖະໜາວ່າ ຫວຽດນນາມ ຈະສືບຕໍ່ໜູນຊ່ວຍວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ…