(ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຂົ້າຮ່ວມລາຍການ) |
ຕອນຄ່ຳວັນທີ 09 ມັງກອນ, ຢູ່ຕາແສງ ປາເຕີນ, ເມືອງ ຊິນໂຮ່, ແຂວງ ລາຍເຈົາ, ກອງບັນຊາການທະຫານເຂດຊາຍແດນ ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ລາຍເຈົາ, ຈັດລາຍການ “ລະດູບານໃໝ່ເຂດຊາຍແດນນຳຄວາມອົບອຸ່ນມາໃຫ້ຊາວບ້ານ” ປີ 2025.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕີລາຄາສູງເລື່ອງພະນັກງານ, ນັກຮົບປ້ອງກັນຊາຍແດນໄດ້ ແລະ ພວມສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ເບິ່ງແຍງດູແລບຸນເຕັດໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ; ທ່ານຢືນຢັນວ່າ, ນີ້ແມ່ນວຽກງານສະແດງໃຫ້ເຫັນຈິດໃຈ, ໜ້າທີ່ຄວາມຮັບຜິດຊອບ, ມູນເຊື້ອອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນຂອງຊາດ ແລະ ຄຸນນະທາດອັນດີງາມຂອງກອງທັບປະຊາຊົນ ຫວຽດນາມ. ທ່ານປະທານປະເທດ ເລືອງເກື່ອງ, ເນັ້ນໜັກວ່າ:
“ລາຍການນີ້ຈັດຂຶ້ນດ້ວຍການເຄື່ອນໄຫວລະອຽດ, ມີຄວາມໝາຍຫຼາຍຢ່າງ, ໃກ້ຊິດກັບພໍ່ແມ່ປະຊາຊົນເຜົ່າສ່ວນນ້ອຍ. ບັນດາໂຕງົວພັນ, ຂອງຂວັນ, ເຂົ້າຕົ້ມ, ມອບທຶນການສຶກສາໃຫ້ແກ່ນັກຮຽນຜ່ານຜ່າຄວາມທຸກຍາກ, ໜູນຊ່ວຍເຮືອນຢູ່ 400 ຫຼັງ... ທີ່ລາຍການມອບໃນມື້ນີ້, ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ, ຊ່ວຍໃຫ້ຄອບຄົວທຸກຍາກຢູ່ເຂດຊາຍແດນ ພ້ອມກັບກອງທັບ - ປະຊາຊົນໃນທົ່ວປະເທດໄດ້ຕ້ອນຮັບບຸນເຕັດຂອງຊາດດ້ວຍຄວາມອົບອຸ່ນ, ເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກຫຼາຍກວ່າ”.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ມອບເຮືອນຢູ່ແຫ່ງຄວາມອົບອຸ່ນເຂດຊາຍແດນ 200 ຫຼັງໃຫ້ແກ່ພໍ່ແມ່ຊາວເຜົ່າຢູ່ເຂດຊາຍແດນແຂວງ ລາຍເຈົາ ແລະ ມອບຂອບຂວັນ 11 ພູດໃຫ້ແກ່ບັນດາຄອບຄົວນະໂຍບາຍ.

