(ທີ່ການຕ້ອນຮັບ)

ຕອນເຊົ້າວັນທີ 11 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ Yasar Guler ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ, 2 ຝ່າຍຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນ,ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າໃນບັນດາຂົງເຂດທີ່ທັງ 2 ປະເທດມີທ່າແຮງບົ່ມຊ້ອນ, ສາມາດເພີ່ມເຕີມໃຫ້ແກ່ກັນ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ທ່ານປະທານປະເທດ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດຂອງ 2 ປະເທດ ຕ້ອງສືບຕໍໍ່ຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງກວ່າ ບົນພື້ນຖານຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມແລ້ວ.

ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Yasar Guler ຢືນຢັນວ່າ, ຕວັກກີ ພ້ອມແລ້ວຈະແບ່ງປັນເຕັກໂນໂລຊີ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຫັນການປ້ອງກັນຊາດເປັນທັນສະໄໝ ສອດຄ່ອງກັບຄວາມຕ້ອງການຂອງ ຫວຽດນາມ… ພ້ອມກັນນັ້ນ, ກໍ່ປາດຖະໜາວ່າ ຫວຽດນາມ ຈະສະໜັບສະນູນ ຕວັກກີ ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດ ອາຊຽນ.