(ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Milos Vystrcil, ປະທານສະພາສູງ ສ.ເຊັກໂກ)

ຕອນບ່າຍວັນທີ 20 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Milos Vystrcil, ປະທານສະພາສູງ ສ.ເຊັກໂກ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ບັນດາຊ່ອງທີ່ແຕກຕ່າງກັນ ເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ…, ເປີດກວ້າງບັນດາຂົງເຂດຮ່ວມມືໃໝ່ເຊິ່ງ 2 ຝ່າຍສາມາດເພີ່ມເຕີມໃຫ້ແກ່ກັນ, ໜູນຊ່ວຍເຊິ່ງກັນແລະກັນ; ທ່ານສະເໜີໃຫ້ ສ.ເຊັກໂກ ຈະສົມທົບກັນຊຸກຍູ້ບັນດາປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ ແລະ ອີຢູ (EVIPA), ສະໜັບສະໜູນຄະນະກຳມະການ ເອີລົບ (ອີຊີ) ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

ໂດຍເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາສູງ ສ.ເຊັກໂກ Milos Vystrcil ໃຫ້ຮູ້ວ່າ ອົງການນິຕິບັນຍັດຂອງ 2 ປະເທດຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໜູນຊ່ວຍລັດຖະບານ 2 ປະເທດຍູ້ແຮງການຮ່ວມມື 2 ຝ່າຍໃນທຸກຂົງເຂດ.