ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ການພົບປະ(ພາບ: TTXVN)
|
ຕອນເຊົ້າວັນທີ 14 ທັນວາ, ຢູ່ນະຄອນ ວິແທັງ, ແຂວງ ເຮົ້າຢາງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ແລະ ຄະນະຜູ້ແທນສະພາແຫ່ງຊາດແຂວງ ເຮົ້າຢາງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ, ລາຍງານບົດລາຍງານກ່ຽວກັບໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 15, ຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດສະເໜີວ່າ, ໃນໄລຍະຈະມາເຖິງ, ແຂວງ ເຮົ້າຢາງ ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງ; ເອົາໃຈໃສ່ການລົງທຶນພື້ນຖານໂຄງລ່າງ ດ້ວຍເປົ້າໝາຍສຸດທ້າຍແມ່ນຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ; ນຳໃຊ້ຜົນງານດ້ານວິທະຍາສາດ - ເຕັກນິກເຂົ້າໃນການຜະລິດ…; ສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຝຸມເຟືອຍ.

