(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ການຢ້ຽມຢາມ, ອວຍພອນບຸນເຕັດ) |
ຕອນເຊົ້າວັນທີ 04 ມັງກອນ, ຢູ່ນະຄອນ ອຽນບາຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າແຂວງ ອຽນບາຍ.
ອວຍພອນບັນດາຜົນງານທີ່ແຂວງ ອຽນບາຍ ບັນລຸໄດ້ໃນປີຜ່ານມາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງວ່າ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍ, ມະຕິສຳຄັນຫຼາຍສະບັບ ຕາມເນື້ອໃນຈິດໃຈເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດ. ທ່ານສະເໜີໃຫ້ແຂວງ ອຽນບາຍ ເປັນເຈົ້າການ, ປະກາດໃຊ້ບັນດາເອກະສານຂຶ້ນກັບສິດອຳນາດຢ່າງທັນການ ເພື່ອຜັນຂະຫຍາຍການປະຕິບັດບັນດາກົດໝາຍ, ມະຕິດັ່ງກ່າວ. ພ້ອມກັນນັ້ນ, ແຂວງກວດກາສັງລວມບັນດາຄາດໝາຍ, ໂດຍສະເພາະແມ່ນບັນດາຄາດໝາຍຍັງປະສົບກັບຄວາມຫຍຸ້ງຍາກ, ເພື່ອວາງອອກມາດຕະການແກ້ໄຂໃຫ້ມີປະສິດທິຜົນ ເພື່ອປະຕິບັດໜ້າທີ່ຂອງປີ 2025, ກໍ່ຄືບັນດາຄາດໝາຍຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 19 ໄດ້ວາງອອກຢ່າງມີໄຊ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ຕຳຫຼວດແຂວງ ອຽນບາຍ ເຊັ່ນດຽວກັນ.

