ວັນທີ 29 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດການພົບປະກັບການນຳແຖວໜ້າຂອງສະພາແຫ່ງຊາດ 4 ທ່ານຢູ່ທຳນຽບຂາວ, ໃນສະພາບການກຳນົດເວລາໃຫ້ງົບປະມານພວມຈະໝົດເວລາ. ກອງປະຊຸມຈັດຂຶ້ນພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ຍົກເລີກການພົບປະກ່ອນໜ້ານັ້ນກັບການນຳພັກປະຊາທິປະໄຕໃນວັນທີ 25 ກັນຍາ.
ສະພາບການຍິ່ງເຄັ່ງຕຶງຂຶ້ນເມື່ອສະພາແຫ່ງຊາດຍັງບໍ່ທັນຮັບຮອງເອົາຮ່າງກົດໝາຍວ່າດ້ວຍລາຍຈ່າຍໃດໃນຈຳນວນຮ່າງກົດໝາຍງົບປະມານ 12 ສະບັບສຳລັບປີການເງິນ 2026, ໃນຂະນະທີ່ເວລາກຳນົດສຸດທ້າຍແມ່ນ 30 ກັນຍາ ໃກ້ຈະມາຮອດ. ເຖິງວ່າ ສະພາຕ່ຳໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົາມະຕິລາຍຈ່າຍຊົ່ວຄາວໃນ 7 ອາທິດ, ແຕ່ສະພາສູງ, ພັກສາທາລະນະຍັງຕ້ອງການມີບັດເຫັນດີຈາກບັນດາສະມາຊິກລັດຖະສະພາສັງກັດພັກປະຊາທິປະໄຕອີກ 7 ບັດ ເພື່ອຜ່ານລະບຽບການທີ່ແກ່ຍາວເວລາ ແລະ ສະກັດກັ້ນເລື່ອງປະກາດໃຊ້ກົດໝາຍ. ຄາດວ່າ, ສະພາສູງຈະປ່ອນບັດກ່ຽວກັບຮ່າງກົດໝາຍໃນວັນທີ 30 ກັນຍາ, ກ່ອນຈຸດເວລາສຸດທ້າຍ 0 ໂມງວັນທີ 01 ຕຸລາ.
