![]() |
ຕອນຄ່ຳວັນທີ 02 ມັງກອນ, ທິມບານເຕະຊາຍທິມຊາດ ຫວຽດນາມ ໄດ້ເຂົ້າແຂ່ງຂັນ ຮອບຊິງຊະນະເລີດນັດທີ 1 ກັບທິມບານເຕະແຊ້ມ ໄທ ໃນການແຂ່ງຂັນທີ່ ASEAN Cup 2024, ຢູ່ສະໜາມກິລາ ຫວຽດຈີ, ແຂວງ ຝູທໍ້. ບັນດາການຍິງເຂົ້າປະຕູຂອງທິມບານເຕະຊາຍທິມຊາດ ຫວຽດນາມ ໃນນັດແຂ່ງຂັນນີ້ແມ່ນນັກກິລາ ຫງວຽນຊວັນຊອນ ປະຕິບັດ. ຫງວຽນຊວັນຊອນ ກໍ່ກາຍເປັນນັກກິລາບານເຕະຊາຍ ຫວຽດນາມ ທີ່ໄດ້ຍິງເຂົ້າປະຕູຫຼາຍທີ່ສຸດໃນງານແຂ່ງຂັນຊີງແຊມ ອາຊີຕາເວັນອອກສ່ຽງໃຕ້, ມາຮອດປະຈຸບັນແມ່ນ 7 ປະຕູ.
ດ້ວຍໄຊຊະນະໃນນັດແຂ່ງຂັນໃນວັນທີ 02 ມັງກອນ, ທິມບານເຕະຊາຍທິມຊາດ ຫວຽດນາມ ພວມມີທ່າແຮງຫຼາຍກວ່າເມື່ອທຽບໃສ່ທິມບານເຕະຊາຍທິມຊາດ ໄທ ກ່ອນນັດແຂ່ງຂັນຂາທີ່ 2 ASEAN Cup 2024, ເຊິ່ງຈະຈັດຂຶ້ນຢູ່ ໄທ ໃນວັນທີ 05 ມັງກອນ ຈະມາເຖິງ.

