(ທິມບານເຕະຊາຍແຫ່ງຊາດ ຫວຽດນາມ ໄດ້ເອົາຊະນະທິມບານເຕະຊາຍແຫ່ງຊາດ ອິນໂດເນເຊຍ 1 ປະຕູຕໍ່ 0) |
ຕອນຄ່ຳວັນທີ 15 ທັນວາ, ທິມບານເຕະຊາຍແຫ່ງຊາດ ຫວຽດນາມ ໄດ້ເອົາຊະນະທິມບານເຕະຊາຍແຫ່ງຊາດ ອິນໂດເນເຊຍ 1 ປະຕູຕໍ່ 0 ໃນນັດທີ 2 ສາຍ B ຊີງແຊ້ມບານເຕະຊາຍ ອາຊີຕາເວັນອອກ - ອາຊຽນ Cup 2024. ນັດທຳອິດຈັດຂຶ້ນຢູ່ສະໜາມກິລາ ຫວຽດຈີ, ແຂວງ ຝູທ້ໍ. ການຍິງເຂົ້າປະຕູຂອງທິມບານເຕະຊາຍ ຫວຽດນາມ ແມ່ນໃນນາທີທີ 78, ໂດຍນັກກິລາ ຫງວຽນກວາງຫາຍ ຍິງເຂົ້າປະຕູ.
ນີ້ແມ່ນໄຊຊະນະເທື່ອທີ 2 ຂອງທິມບານເຕະຊາຍແຫ່ງຊາດ ຫວຽດນາມ ທີ່ໄດ້ແຂ່ງຂັນ (ກ່ອນນັ້ນແມ່ນຮັບໄຊຊະນະຕໍ່ທິມບານເຕະ ລາວ 4 ປະຕູຕໍ່ 1 ໃນວັນທີ 09 ທັນວາ). ດ້ວຍໝາກຜົນດັ່ງກ່າວ, ທິມບານເຕະຊາຍ ຫວຽດນາມ ໄດ້ຢືນອັນດັບທີ 1 ຢູ່ສາຍ B ດ້ວຍ 6 ຄະແນນ ພາຍຫຼັງແຂ່ງຂັນ 2 ນັດ.

