ທີ່ພິທີ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຫງວຽນມິງຫວູ ໄດ້ມອບຂໍ້ຕົກລົງຂອງ UNESCO ເຊີດຊູນາມມະຍົດ ແພດໝໍຜູ້ຍິ່ງໃຫຍ່ ຫາຍເຖື້ອງຫລ້ານອົງເລຫຶວຈາກ. ໂດຍຕາງໜ້າການນຳພັກ, ລັດ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ມອບຊໍ່ດອກໄມ້ອວຍພອນ. ຜູ້ຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ກໍ່ໄດ້ມອບໃບຢັ້ງຢືນຈັດອັນດັບເຂດສຸສານ, ອະນຸສອນສະຖານ ຫາຍເຖື້ອງຫລ້ານອົງເລຫຶວຈາກ ຢູ່ເມືອງ ເຮືອງເຊີນແມ່ນເຂດຮ່ອງຮອຍລະດັບຊາດແບບພິເສດ.

ເຫດການອົງການ UNESCO ເຊີດຊູນາມມະຍົດ, ນາຍົກລັດຖະມົນຕີ ຈັດອັນດັບເຂດສຸສານ, ເຂດອະນຸສອນສະຖານ ຫາຍເຖື້ອງຫລ້ານອົງເລຫຶວຈາກ ຢູ່ເມືອງເຮືອນເຊີນແມ່ນເຂດຮ່ອງຮອຍລະດັບຊາດແບບພິເສດ ແລະ ພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງແພດໝໍຜູ້ຍິ່ງໃຫຍ່ ແມ່ນການຢັ້ງຢືນກ່ຽວກັບຂອບຂະໜາດ, ຜົນສະທ້ອນຂອງແພດໝໍຜູ້ຍິ່ງໃຫຍ່ໃນຂົງເຂດການແພດ, ການສຶກສາ, ວັດທະນະທຳ, ສັງຄົມຕໍ່ທົ່ວໂລກ.