ພິທີມອບລາງວັນສື່ມວນຊົນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄັ້ງທີ VII (ພາບ: VOV)

ຕອນຄ່ຳວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດພິທີມອບລາງວັນສື່ມວນຊົນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄັ້ງທີ VII ໃຫ້ແກ່ບັນດາສຳນັກຂ່າວສານ, ສື່ມວນຊົນ ແລະ ນັກຂ່າວທີ່ມີການປະກອບສ່ວນດີເດັ່ນໃນການຖະແຫຼງຂ່າວ, ໂຄສະນາໃຫ້ແກ່ວຽກງານຄຸ້ມຄອງແຫ່ງລັດກ່ຽວກັບ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ໃນເວລາກ່ວາ 2 ປີຜ່ານມາ, ແຕ່ເດືອນມິຖຸນາ 2022- ຕຸລາ 2024, ຄະນະຈັດຕັ້ງໄດ້ຮັບຜົນງານສົ່ງເຂົ້າຮ່ວມການເສັງເກືອບ 430 ຜົນງານຢ່າງຂອງນັກຂຽນ, ກຸ່ມນັກຂຽນ ກ່ວາ 300ຄົນ ໃນ 4 ຮູບແບບ: ສື່ເອເລັກໂຕນິກ, ສື່ສິ່ງພິມ, ການກະຈາຍສຽງ ແລະ ໂທລະພາບ. ກ່າວຄຳເຫັນທີ່ພິທີ, ທ່ານ ໂດດຶກຢຸຍ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ບັນດາຜົນງານເຂົ້າຮ່ວມການເສັງລວ້ນແຕ່ມີລັກສະນະຂ່າວສະຖານະການສູງ, ລັກສະນະຄົ້ນພົບ, ຕີລາຄາຄູນນະພາບຢ່າງເລິກເຊິ່ງ, ຕິດແທດບັນຫາ, ສ່ອງແສງບັນດາບັນຫາໃນວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຮອບດ້ານ, ພາວະວິໄສ, ແທ້ຈິງ; ໂຄສະນາບັນດາຮູບແບບທີ່ດີ, ບັນດາພາບພົດທີ່ຕັ້ງໜ້າໃນສັງຄົມ ກ່ຽວກັບການນຳໃຊ້ຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາຊີວະນາໆພັນຢ່າງສອດຄ່ອງ. ຢູ່ພິທີ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບລາງວັນ A 1 ລາງວັນ, ລາງວັນ B 1 ລາງວັນ, ລາງວັນ C 2 ລາງວັນ.