(ພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງ VOV ສືບຕໍ່ມີບັນດາການເຄື່ອນໄຫວແບ່ງປັນກັບປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸ, ນ້ຳແກ່ງຖ້ວມ) |
ໂດຍຕອບສະໜອງຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຕອນເຊົ້າວັນທີ 04 ຕຸລາ, ຢູ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດພິທີປຸກລະດົມການຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ, ໂດຍທ່ານ ໂດ້ຕຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ເປັນປະທານ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂດ້ຕຽນຊີ້ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, VOV ໄດ້ສຸມໃສ່ເປັນຢ່າງສູງໃຫ້ແກ່ວຽກງານໂຄສະນາການປ້ອງກັນ, ຕ້ານພາຍຸ; ສົ່ງສານການຊີ້ນຳຂອງລັດຖະບານກ່ຽວກັບໜ້າທີ່ຮັບມືກັບໄພທຳມະຊາດຢ່າງຄົບຖ້ວນ, ທັນການ… ທ່ານເນັ້ນໜັກວ່າ: ພາຍຫຼັງພິທີປຸກລະດົມນີ້, ພະນັກງານ, ພາລະກອນ, ຜູ້ອອກແຮງງານຂອງ VOV ຈະສືບຕໍ່ມີບັນດາການເຄື່ອນໄຫວແບ່ງປັນກັບປະຊາຊົນເຂດຖືກຜົນສະທ້ອນຈາກພາຍຸ, ນ້ຳແກ່ງຖ້ວມ.
“ຕາມຄຳຮຽກຮ້ອງຂອງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີ ກໍຄືຄວາມຕັດສິນໃຈປະຕິບັດໜ້າທີ່ການເມືອງໃຫ້ເປັນຢ່າງດີ, ເຂົ້າຮ່ວມບັນດາການເຄື່ອນໄຫວຕ່າງໆທີ່ຂັ້ນເທິງປຸກລະດົມດ້ວຍ ແລະ VOV ໄດ້ເຂົ້າຮ່ວມດ້ວຍເງື່ອນໄຂທີ່ມີຢູ່ແລ້ວ. ພ້ອມກັນນັ້ນ, ກໍ່ມີບັນດາການເຄື່ອນໄຫວຢ່າງແທດຈິງ ຜ່ານການຈັດພິທີປຸກລະດົມຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດຖືກນ້ຳແກ່ງຖ້ວມ ດ້ວຍຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ໃນຈຸດເວລາພໍ່ແມ່ປະຊາຊົນປະສົບເຄາະຮ້າຍ, ປະສົບກັບຄວາມຫຍຸ້ງຍາກ, ໄພທຳມະຊາດ”.

