(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ວາລະປະຊຸມ)

ຕອນເຊົ້າວັນທີ 13 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ກັນຍາ 2025 (ວາລະທີ 2)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ລະບອບລະບຽນການແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດ. ປະຈຸບັນ, ບັນດາປະເທດຍາມໃດກໍ່ຕ້ອງປະເຊີນໜ້າກັບລັກສະນະທົ່ວປວງຊົນ, ໃນວິວັດການເຊື່ອມໂຍງ, ການສ້າງກົດໝາຍກໍ່ຕ້ອງເຊື່ອມໂຍງ, ມີຄວາມປະສົມກົມກຽວກັບບັນດາຄຳໝັ້ນສັນຍາ, ທຳນຽມສາກົນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

“ການປະກອບຄຳເຫັນໃສ່ກົດໝາຍສະບັບຕ່າງໆໃຫ້ສຳເລັດໃນມື້ນີ້ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ, ນັ້ນແມ່ນການສ້າງກອບນິຕິກຳກົດໝາຍ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຄຸ້ມຄອງລັດໃນຂົງເຂດສຳຄັນຈຳນວນໜຶ່ງ. ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຄັດ, ຮົ້ວກີດຂວາງດ້ານນິຕິກຳ ທີ່ເຮັດໃຫ້ການພັດທະນາຊັກຊ້າລົງ; ສ້າງກົນໄກປ້ອງກັນ, ກວດພົບ ແລະ ແກ້ໄຂການສໍ້ລາດບັງຫຼວງໃຫ້ສົມບູນແບບ, ເພີ່ມທະວີລັກສະນະກະຈ່າງແຈ້ງ. ສ້າງກົນໄກ, ນະໂຍບາຍພິເສດເພື່ອໃຫ້ ຫວຽດນາມ ມີຄວາມຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ”.

ທີ່ວາລະປະຊຸມ, ບັນດາສະມາຊິກລັດຖະບານໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍຫຼາຍສະບັບ, ໃນນັ້ນມີ: ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຮັບພົນລະເມືອງ, ກົດໝາຍວ່າດ້ວຍການຮ້ອງທຸກ, ກົດໝາຍວ່າດ້ວຍການຮ້ອງຟ້ອງ; ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ)...