ບ້ວງເງິນນີ້, ລວມມີ 2,5 ຕື້ USD ຈາກ WB ແລະ 10 ຕື້ USD ຈາກ ADB ຈະເພີ່ມເຕີບດ້ວຍການລົງທຶນພາກເອກະຊົນເພື່ອແນໃສ່ເປີດກວ້າງບັນດາໂອກາດເຮັດວຽກ ແລະ ດຳເນີນທຸລະກິດໃໝ່ຢູ່ ອາຊຽນ. ກ່າວຄຳເຫັນທີ່ວາລະອັດເວທີປາໄສພະລັງງານແບບຍືນຍົງ ແລະ ທົດແທນໃນວັນທີ 4 ກັນຍາ ຢູ່ Kuchinh, ມາເລເຊຍ, ທ່ານ Fadillah ໃຫ້ຮູ້ວ່າ ບັນດານັກລົງທຶນພາກເອກະຊົນສາກົນມາຈາກເຂດ ອາຣັບ, ຍີ່ປຸ່ນແລະ ຈີນ ມີຄວາມສົນໃຈທີ່ສຸດຕໍ່ການລົງທຶນເຂົ້າພາກພື້ນ, ພິເສດແມ່ນຕາໜ່າງໄຟຟ້າ ອາຊຽນ (APG). ທ່ານສະແດງຄວາມຫວັງວ່າ ບັນດາບ້ວງເງິນລົງທຶນໃໝ່ຈະນຳມາເຊິ່ງບັນດາໂອກາດເຮັດວຽກ ແລະ ດຳເນີນທຸລະກິດໃຫ້ທົ່ວພາກພື້ນ ອາຊຽນ, ພ້ອມທັງຢັ້ງຢືນບັນດາປະເທດສະມາຊິກ ອາຊຽນ ໄດ້ເຫັນດີເປັນເອກະພາບວ່າ APG ແມ່ນເສັ້ນທາງໃນພາຍພາກໜ້າໃຫ້ແກ່ ອາຊຽນ.