ໃນອາທິດຈະມາເຖິງ, ອົງການອະນາໄມໂລກ (WHO) ຈະຜັນຂະຫຍາຍໂຄງການການແພດຄັ້ງໃຫຍ່ ຢູ່ເຂດ ກາຊາ ເພື່ອແນໃສ່ຟື້ນຟູບັນດາການບໍລິການສາທາລະນະສຸກພື້ນຖານ ແລະ ສັກວັກຊິນໃຫ້ເດັກນ້ອຍ, ກຸ່ມເປົ້າໝາຍຖືກຂາດວັກຂາດຕອນໃນການເບິ່ງແຍງດູແລສຸຂະພາບໃນຕະຫຼອດໄລຍະ 2 ປີຜ່ານມາ ຍ້ອນການປະທະກັນ. ໂຄງການໂດຍ WHO ນຳໜ້າ, ສົມທົບກັບ UNICEF, UNRWA ແລະ ກະຊວງສາທາລະນະສຸກ ກາຊາ ຈະປະຕິບັດການສັກວັກຊິນໃຫ້ເດັກນ້ອຍ, ລວມມີວັກຊິນຫຼາຍຊະນິດ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ຮຽກຮ້ອງໃຫ້ຮັກສາຄຳສັ່ງຢຸດຍິງເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການເຄື່ອນໄຫວມະນຸດສະທຳ. ໂຄງການກໍ່ລວມມີການສ້ອມແປງຮາກຖານສາທາລະນະສຸກ 20 ແຫ່ງທີ່ຖືກເປ່ເພ, ຟື້ນຟູການບໍລິການສາທາລະນະສຸກ ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່.
WHO ຟື້ນຟູບັນດາການບໍລິການສາທາລະນະສຸກໂດຍພື້ນຖານ ແລະ ການສັກວັກຊິນໃຫ້ເດັກນ້ອຍຢູ່ເຂດ ກາຊາ
(VOVWORLD) - ໂຄງການໂດຍ WHO ນຳໜ້າ, ສົມທົບກັບ UNICEF, UNRWA ແລະ ກະຊວງສາທາລະນະສຸກ ກາຊາ ຈະປະຕິບັດການສັກວັກຊິນໃຫ້ເດັກນ້ອຍ, ລວມມີວັກຊິນຫຼາຍຊະນິດ.
