ຕອນຄ່ຳ ວັນທີ 13 ທັນວາ, ສື່ມວນຊົນ ອິດສະຣາແອັນ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ທ່ານໜຶ່ງຂອງປະເທດ ໂດຍໄດ້ເວົ້າວ່າ ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາສ ອາດຈະບັນລຸໄດ້ໃນທ້າຍເດືອນນີ້. ຕາມຊ່ອງເລກທີ 12 ຂອງ ອິດສະຣາແອັນ, ເຈົ້າໜ້າທີ່ຂັ້ນສູງບໍ່ເຜີຍຊື່ຂອງປະເທດນີ້ ສະແດງທັດສະນະເຫັນດີຕໍ່ການຕີລາຄາຂອງອຳນາດການປົກຄອງ ອາເມລິກາ ວ່າ ອາດຈະບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນໃນທ້າຍປີນີ້. ຮອດຄ່ຳຄືນຂອງວັນທີ 13 ທັນວາ, ບັນດາປະເທດທີ່ກ່ຽວຂ້ອງ ກໍ່ຄືກຳລັງ ຮາມາສ ຍັງບໍ່ທັນຍົກອອກຄຳວິຈານໃດໆກ່ຽວກັບຂໍ້ມູນຂ່າວນີ້. ຂະບວນການ ຮາມາສ ຖືກຖືວ່າ ຍັງຈັບຕົວປະກັນປະມານ 100 ຄົນ ຊື່ງກຸ່ມນີ້ໄດ້ຈັບຕົວໃນການບຸກໂຈມຕີໂດຍກະທັນຫັນເຂົ້າພາກໃຕ້ ອິດສະຣາແອັນ ໃນຕອນເຊົ້າຂອງວັນທີ 7 ຕຸລາປີ 2023.