ການຊ່ວຍເຫຼືອຂອງກຸ່ມບໍລິສັດ ພົງຊັບທະວີ ໃນຄັ້ງນີ້ ແມ່ນສັນຍາລັກທີ່ມີຊີວິດຊີວາແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. |
ຂອງຂວັນດັ່ງກ່າວ ລວມມີ ວັດຖຸອຸປະກອນການແພດມີມູນຄ່າ 500.000 USD ໃນນັ້ນມີຜ້າອັດປາກອັດດັງ ຈຳນວນ 50.000 ອັນ, ນ້ຳຢາຂ້າເຊື້ອ 25.000 ຕຸກ, ຊຸດປ້ອງກັນພະຍາດ 1000 ຊຸດ, ຕຽງນອນສຳລັບຄົນເຈັບ 200 ໜ່ວຍ… ພ້ອມດ້ວຍເງິນສົດຈຳນວນ 500.000 USD ປະກອບໃສ່ກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ.
ທີ່ພິທີມອບ - ຮັບ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອທີ່ທັນການ, ແທດຈິງ ຂອງ ກຸ່ມບໍລິສັດ ພົງຊັບທະວີ ຕໍ່ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໃນການແຜ່ລະບາດຮອບທີ 4 ນີ້. ພ້ອມທັງຖືວ່າ, ການຊ່ວຍເຫຼືອດັ່ງກ່າວ ແມ່ນສັນຍາລັກທີ່ມີຊີວິດຊີວາແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

