ທ່ານ Brian Baldridge ລັດຖະມົນຕີກະຊວງກະສິກຳ ລັດ Ohio ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ໂດະດຶກຢຸຍ |
ນະທີ່ນີ້, ວິສາຫະກິດ ຫວຽດນາມ ແລະ ລັດ Ohio ໄດ້ລົງເຊັນຂໍ້ຕົກລົງຮ່ວມມືການຄ້າຜະລິດຕະພັນກະເສດທີ່ມີມູນຄ່າ 600 ລ້ານ USD. Ohio ແມ່ນສະຖານທີ່ເຄື່ອນໄຫວທີ 2 ໃນການໄປປະຕິບັດງານຢູ່ ອາເມລິກາ ແຕ່ວັນທີ 1 – 7 ມິຖຸນາ ຂອງຄະນະກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາສະຫະສະມາຄົມ, ວິສາຫະກິດກະສິກຳ ໂດຍທ່ານ ໂດະດຶກຢຸຍ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ນຳໜ້າ.
ທ່ານ Brian Baldridge ລັດຖະມົນຕີກະຊວງກະສິກຳ ລັດ Ohio ແລະ ທ່ານລັດຖະມົນຕີ ໂດະດຶກຢຸຍ ມອບເຄື່ອງທີ່ລະນຶກໃຫ້ກັນ |
ໃນຂອບເຂດການຢ້ຽມຢາມ, ທ່ານ Brian Baldridge ລັດຖະມົນຕີກະຊວງກະສິກຳ ລັດ Ohio ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ໂດະດຶກຢຸຍ. ສອງຝ່າຍໄດ້ເຫັນດີຈະສະເໜີຕໍ່ລັດຖະບານສອງປະເທດ ເພື່ອມີນະໂຍບາຍທີ່ເໝາະສົມ, ຫຼີກລ້ຽງການຈັດວາງອັດຕາພາສີ ເຮັດໃຫ້ລະບົບການສະໜອງຖືກຂາດວັກຂາດຕອນ.
ໃນຊຸມວັນຈະມາເຖິງ, ຄະນະປະຕິບັດງານຂອງ ຫວຽດນາມ ຈະເດີນທາງໄປຍັງນະຄອນຫຼວງ ວໍຊິງຕັນ D.C ເພື່ອສືບຕໍ່ປຶກສາຫາລືກ່ຽວກັບບັນດາບັນຫາການຄ້າ ແລະ ພາສີອາກອນ.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


