ຕອນບ່າຍວັນທີ 20 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ຜູ້ຕາງໜ້າກຸ່ມບໍລິສັດ ຮ່ວາງແອັງຢາລາຍ (ຫວຽດນາມ)ໄດ້ມອບເງິນເປັນສັນຍາລັກຈຳນວນ100.000 USD ໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ລາວ ສົມດີ ດວງດີ ນີ້ແມ່ນມູນຄ່າຂອງຈຳນວນອຸປະກອນການແພດ ເຊິ່ງກຸ່ມບໍລິສັດໄດ້ຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ລາວ ເພື່ອຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນ ໂລກລະບາດ Covid-19 ຢູ່ ປະເທດນີ້.