![]() |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຈີ ຮອງເລຂາສະເພາະກິດ ອົງຄະນະພັກວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ ເລື່ອງອົງຄະນະພັກວິທະຍຸກະຈາຍສຽງ ຫວຽດນາມ ຈັດກອງປະຊຸມຮັບເອົາຄຳເຫັນປະກອບຂອງພະນັກງານ, ສະມາຊິກພັກ, ຜູ້ອອກແຮງງານ, ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມຂຶ້ນກັບວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດາຜູ້ຊ່ຽວຊານ ເຂົ້າໃນຮ່າງເອກະສານຍື່ນສະເໜີກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ ແມ່ນການເຄື່ອນໄຫວສະແດງຈິດໃຈປະຊາທິປະໄຕ, ຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປຊຊ ທີ່ມີຕໍ່ພັກ. ພ້ອມກັນນັ້ນ ນີ້ກໍ່ແມ່ນໂອກາດເພື່ອເສີມຂະຫຍາຍພູມປັນຍາ, ຄວາມສຸດຈິດສຸດໃຈ, ປະກອບບັນດາຄຳເຫັນຖືກຕ້ອງ, ປະກອບສ່ວນສ້າງເອກະສານຕ່າງໆໃຫ້ສົມບູນແບບ ຍື່ນສະເໜີກອງປະຊຸມໃຫ່ຍທົ່ວປະເທດຂອງພັກຄັ້ງຈະມາເຖິງ.
ນະທີ່ນີ້, ທ່ານ ຟ້າມກວາງວິງ ອະດີດຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ:
ຄຳສັບ “ນຳໜ້າ” ແມ່ນມີ 3 ຂົງເຂດ. ທີໜຶ່ງແມ່ນປົກປັກຮັກສາປະເທດຊາດໂດຍໄວນັບແຕ່ໄກ, ຕ້ອງກຳນົດແຈ້ງບັນດາໄພອັນຕະລາຍໄດ້. ທີສອງແມ່ນຄາດຄະເນໄດ້ຄວາມສ່ຽງ ແລະ ໂອກາດ, ຕ້ອງຄວບຄຸມຄວາມສ່ຽງໄດ້. ທີສາມແມ່ນວິໄສທັດຂອງປະເທດຊາດໃຫ້ພັດທະນາຢ່າງໝັ້ນຄົງກ່ວາ ມີຄຸນນະພາບສູງກ່ວາ, ຍືນຍົງກ່ວາ, ການພົວພັນກັບບັນດາຄູ່ຮ່ວມມືຕ້ອງແໜ້ນແຟ້ນກ່ວາ ບົນພື້ນຖານຜົນປະໂຫຍດການພົວພັນຕ່າງປະເທດສະຫຼັບກັນ, ຄົ້ນພົບບັນດາທ່າໄດ້ປ່ຽນ ແລະ ໂອກາດພັດທະນາເສດຖະກິດ.

