ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ

ຕອນເຊົ້າວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ ຢ່າງສົມກຽດ (7/9/1945-7/9/2025) ແລະ ຮັບຫຼຽນໄຊ ໂຮ່ຈີມິນ ຄັ້ງທີ 3. ເຂົ້າຮ່ວມມີທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ເລຮ່ວາຍຈຸງ ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ມາຍວັນຈິງ ຮອງນາຍົກລັດຖະມົນຕີ, ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຢູ່ ຫວຽດນາມ ພ້ອມກັບພະນັກງານ, ນັກຂ່າວ, ບັນນາທິການ ແລະ ນັກເຕັກນິກທຸກລຸ້ນຄົນຂອງວິທະຍຸກະຈາຍສຽງ ຫວຽດນາມ. ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນເສັ້ນທາງປະຫວັດສາດ 80 ປີທີ່ເຕັ່ມໄປດ້ວຍຄວາມລຳບາກາກກຳ, ສິ່ງທ້າທາຍນາໆປະມານ ແຕ່ກໍ່ມີຄວາມສະຫ່ງາອົງອາດທີ່ສຸດຂອງວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ກາຍເປັນສຽງເວົ້າຂອງປະເທດຊາດ, ຂອງເອກະລາດ ເສລີພາບ, ສຽງເຂົ້າຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເພື່ອນຜູ້ທີ່ມີຄວາມໄວ້ເນື້ອເຊື່ອໃຈ ຂອງເພື່ອນມິດສາກົນ.

ພາຍຫຼັງໄລຍະທາງ 80 ປີ, ໃນສະພາບການສື່ມວນຊົນໂລກມີການຜັນແປໂດຍໄວ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ມານະພະຍາຍາມ ປ່ຽນແປ່ງໃໝ່ຢ່າງມີຫົວຄິດປະດິດສ້າງ ເພື່ອປັບຕົວໃຫ້ແທດເໝາະກັບກະແສເຊື່ອມໂຍງເຂົ້າກັບສາກົນ, ທ່າອ່ຽນຫັນເປັນເຕັກໂນໂລຢີດີຈີຕອນ, ການແກ້ງແຍ້ງຖະແຫຼງຂ່າວໃນທົ່ວໂລກ, ບືນຕົວຂຶ້ນເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ເປັນຫຼາຍຮູບແບບຂອງຜູ້ຟັງໃນທຸກແຖບຖິ່ນໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກໍ່ຄືເພື່ອນມິດສາກົນ.

ໃນໂອກາດນີ້, ໂດຍຕາງໜ້າພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ, ນີ້ແມ່ນຄັ້ງທີ 3 ວິທະຍຸກະຈາຍສຽງ ຫວຽດນາມ ມີຄວາມເປັນກຽດໄດ້ຮັບລາງວັນອັນສູງສົ່ງນີ້.