ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຮຸງກາຣີ (1950–2025), ວັນທີ 26 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນກວານຊື, ຄະນະປະຕິບັດງານຂອງອົງການຄຸ້ມຄອງສື່ມວນຊົນ ຮຸງກາຣີ ໂດຍທ່ານ Daniel Papp ຜູ້ອຳນວຍການໃຫຍ່ ນຳໜ້າມາຢ້ຽມຢາມ, ເຮັດວຽກ ແລະ ເຊັນຂໍ້ຕົກລົງຮ່ວມມືກັບວິທະຍຸກະຈາຍສຽງ ຫວຽດນາມ. ທີ່ການພົບປະ, ທ່ານໂດຕຽນຊີ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ທ່ານຜູ້ອຳນວຍການໃຫຍ່ Daniel Papp, ພ້ອມກັນແລກປ່ຽນ ແລະ ແບ່ງປັນຂໍ້ມູນກ່ຽວກັບສະພາບການພັດທະນາສື່ມວນຊົນ, ໜັງສືພິມພາກລັດ ຢູ່ແຕ່ລະປະເທດ, ພ້ອມທັງສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍໃຫ້ຫຼາຍກ່ວາອີກ,ສ່ອດຄ່ອງກັບສະພາບການສື່ມວນຊົນທັນສະໄໝ ແລະ ຄວາມຕ້ອງການທີ່ນັບມື້ນັບເປັນຫຼາຍຮູບຫຼາຍແບບຂອງມະຫາຊົນ. ທ່ານ ໂດຕຽນຊີ ຢັ້ງຢືນວ່າ:
ພວກເຮົາເຊື່ອໝັ້ນວ່າ ປະຫວັດສາດຂອງແຕ່ລະປະເທດ, ວັດທະນະທຳຂອງແຕ່ລະປະເທດ ແລະ ຄວາມງາມຂອງແຕ່ລະປະເທດ ແລະ ບັນດາທິວທັດທຳມະຊາດໂດຍທຳມະຊາດດົນບັນດານໃຫ້ແຕ່ລະປະເທດ ແມ່ນແຫຼ່ງບັນດານໃຈເພື່ອໃຫ້ແຕ່ລະອົງການສື່ມວນຊົນພວກເຮົາ ສົມທົບກັນແບ່ງປັນຂໍູ້ນເພື່ອໃຫ້ ຄວາມງາມຂອງແຕ່ລະປະເທດນັບມື້ນັບໄດ້ຮັບການແຜ່ກະຈາຍອອກສູ່ປະຊາຄົມຂອງປະຊາຊົນສອງປະເທດ ຫວຽດນາມ - ຮຸງກາຣີ ຜ່ານນັ້ນແນະນຳກັບເພື່ອນມິດສາກົນກ່ຽວກັບການພົວພັນອັນດີງາມຂອງສອງປະເທດ.
ໃນໂອກາດນີ້ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ລົງນາມຂໍ້ຕົກລົງຮ່ວມມືກັບອົງການຄຸ້ມຄອງສື່ມວນຊົນ ແລະ ວິທະຍຸກະຈາຍສຽງໂທລະພາບ Duna Hungary.
