(ທ່ານ ແຢັນເຈຍເຄືອ, ຜູ້ກໍ່ຕັ້ງ CPCG)

ປະຈຸບັນ, ຈີນ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 3 ລົງທຶນຢູ່ ຫວຽດນາມ, ດ້ວຍຍອດເງິນລົງທຶນປີ 2024 ບັນລຸ 4,7 ຕື້ USD ແລະ ໃນ 8 ເດືອນຂອງຕົ້ນປີ 2025 ບັນລຸ 3,13 ຕື້ USD, ເພີ່ມຂຶ້ນ 37,6%.

ແຕ່ວັນທີ 28 ກໍລະກົດ ຫາວັນທີ 22 ສິງຫາ, ກຸ່ມບໍລິສັດມະຫາສະມຸດປາຊີຟິກ (CPCG), ແມ່ນໜຶ່ງໃນບັນດາວິສາຫະກິດກໍ່ສ້າງ top 500 ແຫ່ງຂອງ ຈີນ ແລະ ໂລກ, ໄດ້ມາຢາມຫຼາຍແຂວງ, ນະຄອນຂອງ ຫວຽດນາມ, ຄື: ແທັງຮວາ, ກາວບັ່ງ, ທາຍງວຽນ, ດ້ຽນບຽນ, ລາວກາຍ, ຕວຽນກວາງ, ຮືງອຽນ ເພື່ອຊອກຫາໂອກາດລົງທຶນ.

ທ່ານ ແຢັນເຈຍເຄືອ, ຜູ້ກໍ່ຕັ້ງ CPCG, ໃຫ້ຮູ້ວ່າ ປະຈຸບັນ CPCG ພວມສຸມໃສ່ລົງທຶນຢູ່ 17 ແຂວງ, ນະຄອນທາງພາກເໜືອຂອງ ຫວຽດນາມ, ແຕ່ເດືອນ ຕຸລາ ຈະເປີດກວ້າງໄປທາງທິດໃຕ້.

“ຂ້າພະເຈົ້າເຄີຍເວົ້າກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ວ່າ ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ ໃນຮອບເວລາ 15 ປີຈະມາເຖິງພຽງຢືນຖັກຈາກ ຈີນ, ຍີ່ປຸ່ນ ເທົ່ານັ້ນ. ໃນອະນາຄົດ, ອາຊີ ຈະຄ່ອຍໆນຳໜ້າໂລກກ່ຽວກັບການເຕີບໂຕ GDP ແລະ ຫວຽດນາມ ຈະນຳໜ້າໃນຮອບເວລາ 20 ປີ. ຂ້າພະເຈົ້າມີຄວາມປະເອີບໃຈຕໍ່ສິ່ງດັ່ງກ່າວແຕ່ດົນແລ້ວ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ຊາວ ຫວຽດນາມ ໄດ້ກ່ຽມພ້ອມແລ້ວ. ພວກຂ້າພະເຈົ້າຢາກລົງທຶນ ແລະ ກໍ່ສ້າງຢູ່ ຫວຽດນາມ ຄືດັ່ງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ”.

ໃນຂະນະນັ້ນ, ທ່ານ ຊືຈຸງຈວນ, ເລຂາທິການສູນ ຈີນ - ອາຊຽນ ແລ້ວ ໃນອະນາຄົດ, ການຮ່ວມມື ຫວຽດນາມ - ຈີນ ຈະມຸ່ງໄປເຖິງບັນດາຂົງເຂດ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະ ນະວັດຕະກຳ.