ລາຍການສະແດງສິລະປະ ຢູ່ວັນບູນ (ພາບ: VOV)

ໂດຍໄດ້ດຳເນີນໃນ 3 ວັນ (ແຕ່ວັນທີ 5 – 7 ທັນວາ), ວັນບຸນຫວຽດນາມ ແຫ່ງຄວາມສຸກ 2025 ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວເປັນເຈົ້າພາບຈັດຂຶ້ນ, ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສະຖານີໂທລະພາບຫວຽດນາມ ແລະ ສະມາຄົມສິລະປະການນັກຖ່າຍຮູບ ຫວຽດນາມ ຈັດຂຶ້ນ ດ້ວຍຫຼາຍລາຍການ, ກິດຈະກຳທີ່ອຸດົມສົມບູນ, ດຶງດູດໃຈຢູ່ຖະໜົນຍ່າງເມືອງ ຮວ່າຍກຽມ, ຮ່າໂນ້ຍ. ເຫດການໄດ້ສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ວັນບຸນ ຫວຽດນາມແຫ່ງຄວາມສຸກໄດ້ສ້າງຂຶ້ນຄືການລົງຕົວຈິງທີ່ອຸດົມສົມບູນ, ຫຼາຍຮູບຫຼາຍສີ. ສະຖານທີ່ຈັດເຫດການຂອງປີນີ້ດຳເນີນຢູ່ແຄມໜອງເກືອມ. ນ້ອງມາຍເຈິ່ນຢຸຍຫຽວ, ແຂກທ່ອງທ່ຽວມາຈາກແຂວງ ຮຶງອຽນ ໃຫ້ຮູ້ວ່າ:

ຂ້າພະເຈົ້າເຂົ້າຮ່ວມ ການເຄື່ອນໄຫວຫຼາຍພໍສົມຄວນ, ທຳອິດແມ່ນການຖ່າຍຮູບ, check in. ພວກຂ້າພະເຈົ້າໄດ້ໄປ ຊອກຫາສະແຕມ, ວຽກງານນີ້ມີຄວາມໝາຍພໍສົມຄວນຍ້ອນວ່າ ຈະຮູ້ໄດ້ ບັນດາແຂວງ, ນະຄອນໂຮມເຂົ້າກັນ ແລະ ກໍ່ເຫັນຄຸນຄ່າຂອງວັດທະນະທຳກໍ່ຄືບັນດາມໍລະດົກຂອງແຂວງນີ້.