(ທ່ານປະທານປະເທດ ພ້ອມກັບການນຳແຂວງ Gyeongsangbuk, ກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີກົດປຸ່ມເລີ່ມເຄື່ອນໄຫວສັນຍາລັກການຮ່ວມມືມິດຕະພາບມຸ່ງໄປເຖິງອະນາຄົດ)

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025, ຢູ່ນະຄອນ Gyeongju ສ.ເກົາຫຼີ, ຕອນບ່າຍວັນທີ 30 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມ “ວັນ ຫວຽດນາມ” ໂດຍແຂວງ Gyeongsangbuk, ກອງທຶນຊົນນະບົດໃໝ່ຂອງ ສ.ເກົາຫຼີ ແລະ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ສົມທົບກັນຈັດຂຶ້ນ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ເຫດການ “ວັນ ຫວຽດນາມ” ບໍ່ພຽງແຕ່ແມ່ນໂອກາດໂຄສະນາປະເທດຊາດ, ຜູ້ຄົນ, ປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ ໄປເຖິງເພື່ອນມິດ ສ.ເກົາຫຼີ ເທົ່ານັ້ນ, ຫາກຍັງຢືນຢັນນ້ຳໃຈຄວາມສະໜິດຕິດພັນ, ຄວາມເຂົ້າໃຈເຊິ່ງກັນແລະກັນ - ເຊິ່ງເປັນພື້ນຖານເພື່ອຊຸກຍູ້ການຮ່ວມມືແບບຍືນຍົງລະຫວ່າງ 2 ປະເທດອີກດ້ວຍ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ພ້ອມກັບການນຳແຂວງ Gyeongsangbuk, ກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີກົດປຸ່ມເລີ່ມເຄື່ອນໄຫວສັນຍາລັກການຮ່ວມມືມິດຕະພາບມຸ່ງໄປເຖິງອະນາຄົດ.