(ທີ່ວັນບຸນນັກຮຽນ, ນັກສຶກສາທົ່ວປະເທດ “Connect Fest 2025”)

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (09 ມັງກອນ 1950 – 09 ມັງກອນ 2025), ຕອນເຊົ້າວັນທີ 05 ມັງກອນ, ຢູ່ ຮ່າໂນ້ຍ, ສະມາຄົມນັກສຶກສາ ຫວຽດນາມ ໄດ້ຈັດວັນບຸນນັກຮຽນ, ນັກສຶກສາທົ່ວປະເທດ “Connect Fest 2025” ດ້ວຍການເຄື່ອນໄຫວຟົ້ນເດັ່ນຫຼາຍຢ່າງ.

ບັນດາການເຄື່ອນໄຫວພົ້ນເດັ່ນໃນວັນບຸນ, ລວມມີ: ງານແຂ່ງຂັນແລ່ນ Connect Fest 2025; ການແຂ່ງຂັນທາງອອນລາຍຊອກຮູ້ກ່ຽວກັບ 75 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ… ພ້ອມກັບນັ້ນແມ່ນບັນດາການລະຫຼິ້ນພື້ນເມືອງ. ເນື່ອງໃນໂອກາດນີ້, ສະມາຄົມນັກສຶກສາ ຫວຽດນາມ ສົມທົບກັບບັນດາອົງການຈັດຕັ້ງ, ວິສາຫະກິດຜັນຂະຫຍາຍຮ້ານຂາຍເຄື່ອງວາງຂາຍບັນດາສິນຄ້າທີ່ຈຳເປັນໃຫ້ແກ່ນັກຮຽນ, ນັກສຶກສາ ດ້ວຍລາຄາບຸລິມະສິດ.

ເນື່ອງໃນໂອກາດນີ້, ສະມາຄົມນັກສຶກສາ ກໍ່ໄດ້ປຸກລະດົມຂະບວນການຜັນຂະຫຍາຍບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ຊາວໜຸ່ມເຍົາວະຊົນ, ນັກຮຽນ, ນັກຮຶກສາທີ່ປະສົບກັບຄວາມຫຍຸ້ງຍາກ.