ພິທີໄຂວັນບຸນໂຄສະນາຜະລິດຕະພັນ ດ່ານັ້ງ 2024
(ພາບ: congthuong.vn)

ຕອນຄ່ຳວັນທີ 13 ທັນວາ, ພະແນກອຸດສາຫະກຳການຄ້ານະຄອນ ດ່ານັ້ງ ສົມທົບກັບສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຈັດລາຍງານ “ວັນບຸນໂຄສະນາຜະລິດຕະພັນ ດ່ານັ້ງ 2024”, ອັນໄດ້ດຶງດູດວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ 25 ແຫ່ງໃນບໍລິເວັນນະຄອນ ເຂົ້າຮ່ວມ. ລາຍການເພື່ອປະກອບສ່ວນຜັນຂະຫຍາຍບັ້ນຂົນຂວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນ້າ ຫວຽດນາມ” ໃຫ້ມີປະສິດທິຜົນ. ຜ່ານນັ້ນ, ພັດທະນາຕະຫຼາດຢູ່ພາຍໃນປະເທດ, ກະຕຸນການໃຊ້ສອຍຢູ່ພາຍໃນປະເທດ; ສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດ ແລະ ຮາກຖານການຜະລິດຢູ່ທ້ອງຖິ່ນແນະນຳຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດພາກເຖິງຜູ້ບໍລິໂພກ. ທ່ານ ຫວໍ້ວັນແຄງ, ຫົວໜ້າຜູ້ຕາງໜ້າສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຢູ່ພາກກາງ - ໄຕງວຽນ, ໃຫ້ຮູ້ວ່າ:

“ນີ້ແມ່ນການເຄື່ອນໄຫວຊ່ວຍໂຄສະນາຜະລິດຕະພັນຂອງນະຄອນ ດ່ານັ້ງ, ຜະລິດຕະພັນເປັນເອກະລັກສະເພາະ, ຜະລິດຕະພັນ OCOP. ການເຄື່ອຍໄຫວທັງສົມທົບກັບການຂາຍທາງເຄືອຂ່າຍອິນເຕີເນັດ ເພື່ອເສີມຂະຫຍາຍການເຂົ້າເຖິງຜູ້ບໍລິໂພກ ແລະ ບັນດາຄູ່ຮ່ວມມືຢ່າງສຸດຂີດ. ລາຍການດັ່ງກ່າວມີການປ່ຽນແປງໃໝ່ແມ່ນການຮັບໃຊ້ການ livestream ທາງສື່ສັງຄົມອອນລາຍ, ດ້ວຍການໜູນຊ່ວຍຈາກສະຫະສະມາຄົມກ່ຽວກັບການໂຄສະນາ ແນໃສ່ເພີ່ມທະວີການໂຄສະນາຜະລິດຕະພັນຂອງບັນດາຫົວໜ່ວຍ, ວິສາຫະກິດໃນສື່ສັງຄົມອອນລາຍໃຫ້ຫຼາຍກວ່າ”.