ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການຢ້ຽມຢາມ (ພາບ: VOV)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ບຸນກາຣີຢ່າງເປັນທາງການ, ຕອນເຊົ້າວັນທີ 24 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໄປຢ້ຽມຢາມມະຫາວິທະຍາໄລ ສັງລວມ Sofia ແລະ ມີບົດກ່າວຄຳເຫັນກ່ຽວກັບນະໂຍບາຍສຳຄັນດ້ວຍຫົວຂໍ້ “ວິວັດການ 75 ປີແຫ່ງນ້ຳໃຈເພື່ອນມິດຂ້າມອາຊີ - ເອີລົບ ຫວຽດນາມ - ບຸນກາຣີ ຕະຫຼອດຮອດຄູ່ຮ່ວມມືຍຸດທະສາດ ໃນສັງກາດໃໝ່”. ເມື່ອເຕື້ອງເຖິງວິໄສທັດກ່ຽວກັບການພົວພັນລະຫວ່າງ ສອງປະເທດໃນໜ້າປະຫວັດສາດໃໝ່ ເມື່ອສອງປະເທດຫາກໍ່ສ້າງຕັ້ງຄູ່ຮ່ວມມືຍຸດທະສາດ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງ ບັນດາເສົາຄ້ຳໃນການຮ່ວມມືຍຸດທະສາດ ເຊິ່ງສອງປະເທດ ໃຫ້ບຸລິມະສຸດ ໃນໄລຍະຈະມາເຖິງ.

ພວກຂ້າພະເຈົ້າປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດຢ່າງແຮງ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະພ້ອມກັບ ບຸນກາຣີ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມທິດແທດຈິງ, ສອດຄ່ອງກັບຂອບເຂດຄູ່ຮ່ວມມືຍຸດທະສາດໃໝ່ ເຊິ່ງໄດ້ຮັບການຍົກລະດັບ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ຄວາມປອດໄພທາງໄຊເບີ, ຮັກສາສັນຕິພາບ ສປຊ, ການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ແລະ ບຳລຸງສ້າງພະລັງງານດ້ານປ້ອງກັນຊາດ.