(ພາບປະກອບ: REUTERS/Mahmoud Issa)

ຕາມກອງທຶນສະຫະປະຊາຊາດເພື່ອເດັກ (UNICEF), ຢ່າງໜ້ອຍສຸດມີເດັກນ້ອຍ 67 ຄົນເສຍຊີວິດຍ້ອນການບຸກໂຈມຕີຂອງ ອິດສະຣາແອັນ, ນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດໃນວັນທີ 10 ຕຸລາ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວທີ່ ເຊີແນວ ໃນວັນທີ 21 ພະຈິກ, ທ່ານ Ricardo Pires, ໂຄສົກ UNICEF ໃຫ້ຮູ້ວ່າ, ຄິດສະເລ່ຍແຕ່ລະມື້ ມີເດັກນ້ອຍຢູ່ເຂດ ກາຊາເສຍຊີວິດ 2 ຄົນ ແລະ ຖືກຮັບບາດເຈັບນັບສິບຄົນ ນັບແຕ່ຄຳສັ່ງຢຸດຍິງມີຜົນສັກສິດ. ທ່ານ Ricardo Pires ເນັ້ນໜັກວ່າ, ເຖິງວ່າ UNICEF ພວມດຳເນີນບັນດາການເຄື່ອນໄຫວມະນຸດສະທຳທີ່ມີຂອບຂະໜາດໃຫຍ່ຢູ່ ກາຊາ, ແຕ່ການອຸປະຖຳທີ່ສົ່ງມາເຂດດິນແດນນີ້ຍັງໜ້ອຍທີ່ສຸດເມື່ອທຽບກັບຄວາມຕ້ອງການຕົວຈິງ.

ຕາມອົງການສາທາລະນະສຸກ ປາແລັດສະຕິນ ແລ້ວ, ນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດ, ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ຊາວ ປາແລັດສະຕິນ 312 ຄົນເສຍຊີວິດ ແລະ 760 ຄົນຮັບບາດເຈັບ.