ທ່ານ Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ນີ້ແມ່ນເຫດການ “ປະຫວັດສາດ” ຂະນະເປັນຄັ້ງທຳອິດທີ່ ຢູແກຼນ ກຳມະສິດປະລິມານເຮືອບິນຕໍ່ສູ້ປະເພດນີ້ ກໍຄື ບັນດາລະບົບປ້ອງກັນອາກາດລຸ້ນໃໝ່. ໃນຂະນະນັ້ນ, ຕາມວັງ Élysée ແລ້ວ, ຂໍ້ຕົກລົງສະບັບດັ່ງກ່າວ, ດ້ວຍວິໄສທັດໄລຍະ 10 ປີ, ລວມມີບັນດາສັນຍາທີ່ມີກຳລັງບົ່ມຊ້ອນໃນອະນາຄົດ ກ່ຽວກັບເລື່ອງ ຢູແກຼນ ຊື້ອຸປະກອນປ້ອງກັນຊາດລຸ້ນໃໝ່ຈາກ ຝລັ່ງ, ລວມມີ ເຮືອບິນ Rafale ປະມານ 100 ລຳ ພ້ອມດ້ວຍອາວຸດຕິດພ້ອມ, ລະບົບປ້ອງກັນອາກາດ SAMP – T ລຸ້ນໃໝ່, ບັນດາລະບົບ radar, ລູກລະເບີດ AASM Hammer ແລະ ບັນດາເຮືອບິນບໍ່ມີຄົນຂັບຫຼາຍຊະນິດ.
ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ຮຽກຮ້ອງບັນດາປະເທດສະຫະພາບເອີຣົບ ເຫັນດີເປັນເອກະພາບຕໍ່ແຜນການຮັບປະກັນແຫຼ່ງການເງິນ ແລະ ການທະຫານໃຫ້ແກ່ ຢູແກຼນ ໃນໄລຍະ 2026 – 2027 ກ່ອນເດືອນ ທັນວາ, ດ້ວຍຄວາມຕ້ອງການທັງໝົດລວມມູນຄ່າ 135,7 ຕື້ ເອີໂຣ (160 ຕື້ USD).
