
(ເຂົ້າຈີ່ໝໍ້ລວມມິດປ້າເຮົ້າ)
ຕອນຫົວຄໍ່າເວລາປະມານ 7 ໂມງ, ເມື່ອອາກາດເລີ່ມເຢັນລົງ. ບັນດາຮ້ານຂາຍເຄື່ອງລ້ວນແຕ່ໄຕ້ໄຟ ແລະ ແຂກມາກິນໃນຮ້ານອາຫານຕ່າງໆກໍ່ເລີ່ມຫຼາຍຂຶ້ນ, ຢູ່ຖະໜົນມາຍຫັກເດ ກໍ່ມີຮ້ານກິນດຶ່ມແຫ່ງໜຶ່ງທີ່ໄດ້ດຶງດູດແຂກມາກິນເປັນຈຳນວນຫຼວງຫຼາຍ, ໃນນັ້ນມີທັງບັນດາເພື່ອນໜຸ່ມ ແລະ ຜູ້ເຖົ້າອີກ. ເຂົາເຈົ້າກຳລັງນັ່ງຢູ່ຕໍ່ໜ້າໝໍ້ເຂົ້າຈີ່ລວມມິດທີ່ພວມມີອາຍກຸ້ມຂຶ້ນຢູ່ນັ້ນ. ຮ້ານເຂົ້າຈີ່ລວມມິດປ້າເຮົ້າ, ມີຊື່ສຽງຢູ່ຄຸ້ມຖະໜົນນີ້ເປັນເວລາວ່າ 40 ປີແລ້ວ. ອ້າຍທາຍ ແລະ ເອື້ອຍລິງ ແມ່ນແຂກປະຈຳຂອງຮ້ານ ໃຫ້ຮູ້ວ່າ:
ຂ້າພະເຈົ້າເຄີຍມາກິນຢູ່ຮ້ານປ້າເຮົ້າເກືອບ 10 ປີແລ້ວ, ລົດຊາດ ແລະ ວິທີປຸງແຕ່ງກໍ່ບໍ່ໄດ້ປ່ຽນແປງຫຼາຍ, ສ່ວນອາຫານໃນໝໍ້ກໍ່ເພີ່ມຂຶ້ນ. ຂ້າພະເຈົ້າມັກກິນປາເຕຫຼາຍ ສະນັ້ນເມື່ອມາກິນ ຂ້າພະເຈົ້າມັກເລືອກເອົາໝໍ້ທີ່ມີປາເຕຫຼາຍກວ່າ.
ໃນແຕ່ລະສັບປະດາ, ຂ້າພະເຈົ້າກິນແຕ່ 3-4 ເທື່ອ, ບາງເທື່ອກິນໃນຕອນເຊົ້າ, ບາງເທື່ອກິນໃນຕອນແລງ. ເຖິງວ່າກິນຊີ້ນ, ບາເຕ, ໄຂ່…ຫຼາຍຈະຮູ້ສຶກເບື່ອ, ແຕ່ເມື່ອກິນພ້ອມກັບ ຫົວຜັກດອງ ຈະຮູ້ສຶກວ່າແຊບຫຼາຍ. ຮັບປະທານອາຫານຢູ່ທີ່ນີ້ສະອາດກວ່າ ເມື່ອທຽບໃສ່ຮ້ານຈຳນວນໜຶ່ງເຊິ່ງຂ້າພະເຈົ້າເຄີຍກິນແລ້ວ. ຊີ້ນໃນແຕ່ລະໝໍ້ກໍ່ບໍ່ຫຼາຍປານໃດ, ມັນພໍດີສຳລັບຂ້າພະເຈົ້າ.

ໃນເບື້ອງຕົ້ນຮ້ານຂອງປ້າພຽງແຕ່ຂາຍເຂົ້າຈີ່ປາເຕເທົ່ານັ້ນ, ຕໍ່ມາມີແຂກຕ້ອງການໃສ່ໄຂ່, ຊີ້ນມຸ່ນຕື່ມອີກ….. ແລະເຂົ້າຈີ່ປາເຕນີ້ຄ່ອຍປ່ຽນມາເປັນເຈົ້າຈີ່ລວມມິດຄືປະຈຸບັນນີ້. ເຂົ້າຈີ່ລວມມິດໝໍ້ໜຶ່ງປະກອບດ້ວຍ: ເຂົ້າຈີ່, ປາເຕ, ໄຂ່, ຮອັດດອັກ, ໄສ້ກອກ, ຊີ້ນນ້ຳມັນ, ຊີ້ນປີ້ງ, ແລະ ກິນພ້ອມກັບຫົວຜັກດອງ ເພື່ອບໍ່ໃຫ້ເປັນຕາເບື່ອ. ໝໍ້ເຂົ້າຈີ່ລວມມິດຄືແນວນີ້ມີລາຄາ 35.000 ດົງ.
ເຂົ້າຈີ່ໝໍ້ລວມມິດ ມີລັກສະນະບໍ່ຄືອາຫານທົ່ວໄປເຊັ່ນວ່າ : ຊີ້ນຈຸ່ມ ແລະ ອາຫານປີ້ງປະເພດຕ່າງໆ, ແຕ່ເມື່ອຍາມອາກາດເລີ່ມເຢັນລົງ, ຈຳນວນແຂກມາກິນເຂົ້າຈີ່ໝໍ້ລວມມິດກໍ່ຄ່ອຍໆເພີ່ມຂຶ້ນ. ເຂົ້າຈີ່ໝໍ້ລວມມິດ ລວມມີເຂົ້າຈີ່ທີ່ຈົ່ງໄວ້ສະເພາະ, ສ່ວນບັນດາວັດຖຸດິບອື່ນໆແມ່ນໃສ່ໃນໝໍ້ຂາງນ້ອຍ, ກວ້າງປະມານ 20 cm. ພາຍຫຼັງຈືນໃຫ້ຮ້ອນແລ້ວຈຶ່ງນຳມາໃຫ້ແຂກ. ປ້າ ເຮົ້າ ໃຫ້ຮູ້ວ່າ:
“ເຖິງວ່າຮ້ານຂ້າພະເຈົ້າບໍ່ກວ້າງ, ພຽງແຕ່ສາມາດຮັບໃຊ້ແຂກໄດ້ປະມານສອງສາມຄົນເທົ່ານັ້ນ, ແຕ່ຂ້າພະເຈົ້າຍັງມີ 3 ຫ້ອງຢູ່ໃນຮ່ອມບ້ານທີ່ສາມາດບັນຈຸ ແຂກມາກິນໄດ້ 50 ຄົນ. ສຳລັບແຂກທີ່ລື້ງເຄີຍ, ບາງເທື່ອເຂົາເຈົ້າກໍ່ມາຈັດງານລ້ຽງນ້ອຍຢູ່ທີ່ນີ້ອີກ. ບາງເທື່ອແຂກ ມາກິນມີຫຼາຍຄົນໂພດ, ເຂົາເຈົ້າກໍ່ຕ້ອງໄປເອົາຂອງກິນ ແລະ ຊອກຫາບ່ອນນັ່ງເອງ“.
ພາຍຫຼັງຕິດພັນກັບອາຊີບເປັນເວລາເກືອບ 40 ປີ, ມາຮອດປະຈຸບັນປ້າໄດ້ມີອາຍຸກວ່າ 80 ປີແລ້ວ. ຍ້ອນສຸຂະພາບບໍ່ແຂງແຮງອີກ, ປ້າຈຶ່ງຖ່າຍທອດເຄັດລັບເຮັດເຂົ້າຈີ່ໝໍ້ລວມມິດໃຫ້ລູກຂອງຕົນ. ປະຈຸບັນ, ລູກຊາຍທັງສອງຄົນຂອງປ້າພວມເຮັດອາຊີບນີ້ຢູ່ໃນຮ້ານ. ຜູ້ໜຶ່ງຂາຍໃນຕອນເຊົ້າ, ແລະອີກຜູ້ໜຶ່ງແມ່ນຂາຍໃນຕອນແລງ, ສ່ວນປ້າມີແຕ່ຊ່ວຍເກັບເງິນ ຫຼືແນະນຳບ່ອນຈອດລົດໃຫ້ແຂກເທົ່ານັ້ນ. ເມື່ອເຕື້ອງເຖິງອະນຸສອນທີ່ໜ້າປະທັບໃຈກ່ຽວກັບອາຊີບຂອງຕົນ. ປ້າເຮົ້າ ແບ່ງປັນວ່າ:
“ອະນຸສອນປະທັບໃຈທີ່ສຸດຂອງປ້າໃນຕະຫຼອດ 40 ປີທີ່ຂາຍເຂົ້າຈີ່ໝໍ້ລວມມິດນັ້ນແມ່ນເລື່ອງ, ມີແຂກຜູ້ໜຶ່ງທີ່ມາຈາກທາງໄກ, ບັງເອີນອ່ານໜັງສືພິມໃນນັ້ນມີບົດແນະນຳກ່ຽວກັບຮ້ານເຂົ້າຈີ່ໝໍ້ລວມມິດຂອງປ້າ, ລາວກໍ່ຕົກລົງຊອກຫາເພື່ອກິນອາຫານເຍື່ອງນີ້. ເຖິງວ່າຢູ່ອ້ອມຂ້າງຮ້ານຂອງປ້ານີ້ ມີສອງ, ສາມຮ້ານທີ່ຂາຍເຂົ້າຈີ່ໝໍ້ລວມມິດຄືກັນກັບປ້າກໍ່ຕາມ, ແຕ່ລາວ ກໍ່ໄດ້ເລືອກເອົາຮ້ານຂອງປ້າເທົ່ານັ້ນ. ປ້າຮູ້ສຶກດີໃຈຫຼາຍຕໍ່ສິ່ງດັ່ງກ່າວນີ້“.
ຖ້າຫາກເພື່ອນຢາກທົດລອງຊີມ ເຂົ້າຈີ່ໝໍ້ລວມມິດນີ້, ເຊີນເພື່ອນມາຮ້ານຂອງປ້າເຮົ້າຢູ່ເຮືອນເລກທີ 116 ຖະໜົນ ມາຍຮັກເດ໋, ເມືອງຮາຍບ່າຈຶງ, ຮ່າໂນ້ຍ. ນອກຈາກໄດ້ກິນອາຫານເຍື່ອງນີ້ແລ້ວ, ຖ້າໂຊກດີ, ເພື່ອນຍັງໄດ້ຮັບຟັງບັນດາເລື່ອງລາວກ່ຽວກັບຊີວິດ ແລະ ອາຊີບຂອງເຈົ້າຂອງຮ້ານນີ້ອີກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
