ຫວູທິແທງທື, ຜູ້ຍາດໄດ້ລາງວັນສູງສຸດໃນການເສັງ

ການເສັງຄວາມເກັ່ງກ້າສາມາດໃນການອອກແບບໜຸ່ມ “ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ” ບໍ່ພຽງແຕ່ແມ່ນການເສັງແຕ້ມພາບເທົ່ານັ້ນ, ຫາກຜ່ານການເສັງຄັ້ງນີ້ກໍ່ເພື່ອມຸ່ງໄປເຖິງການຊອກຫາຮູບພາບການອອກແບບທີ່ມີລັກສະນະສັນຍາລັກ ແລະ ສັງເກດກ່ຽວກັບປະເທດຊາດອີກດ້ວຍ. ເພື່ອນໜຸ່ມຫຼາຍຄົນໄດ້ສະແດງຄວາມເມົາມົວຢ່າງມີຫົວຄິດປະດິດສ້າງ ແລະ ຄວາມຮັກຕໍ່ປະເທດຊາດຂອງຕົນຜ່ານບັນດາພາບແຕ້ມທີ່ມີຄວາມປະທັບໃຈທີ່ສຸດ. ມີພາບແຕ້ມນັບຮ້ອຍແຜ່ນທີ່ສົ່ງມາຈາກທຸກແຖບຖິ່ນຂອງປະເທດຊາດໄດ້ເຂົ້າຮ່ວມການເສັງໃນໄລຍະຜ່ານມາ, ໃນນັ້ນ, ມີ ພາບແຕ້ມຫຼາຍແຜ່ນດີເດັ່ນທີ່ສຸດ.

ດ້ວຍບັນດາຮູບພາບທີ່ລຽບງ່າຍ, ທີ່ໄດ້ວາດພາບເຖິງ “ຮ່າໂນ້ຍ ໃນຈຸດເວລາໜຶ່ງ” ຂອງ ຫວູທິແທງທື (ເກີດປີ 1997) ແມ່ນບັນດາຄວາມຊົງຈຳທຳອິດໃນຈິດໃຈຂອງແຕ່ລະຄົນເມື່ອໄດ້ຄິດເຖິງ ຮ່າໂນ້ຍ. ນະຄອນຫຼວງແຫ່ງທີ່ເກົ່າແກ່, ສວຍງາມ, ເປັນໝາກຫົວໃຈຂອງປະເທດຊາດ, ບ່ອນທີ່ໄດ້ເຕົ້າໂຮມບັນດາສະຖານທີ່, ອາຫານການກິນທີ່ເປັນເອກະລັກສະເພາະຂອງ ຈ່າງອານ. ຮູບພາບໄດ້ນຳໃຊ້ສີຂຽວ - ເຊິ່ງແມ່ສີສັນເປັນເອກະລັກສະເພາະໃຫ້ນະຄອນແຫ່ງສະຫງົບສຸກ ແລະ ສັນຕິພາບ ແລະ ສີແດງແມ່ນສະແດງຄວາມສຸດຈິດສຸດໃຈ, ນ້ຳໃຈຢ່າງເລິກເຊິ່ງຂອງແຕ່ລະຄົນສຳລັບ ຮ່າໂນ້ຍ - ຫວຽດນາມ. ດ້ວຍບັນດາລວດລາຍທີ່ສ້າງຄວາມປະທັບໃຈ ແລະ ແນວຄວາມຄິດທີ່ເປັນເອກະລັກສະເພາະທີ່ໄດ້ຮັບການສະແດງໃນພາບແຕ້ມ, ພາບແຕ້ມ “ຮ່າໂນ້ຍ ໃນຈຸດເວລາໜຶ່ງ” ຂອງ ຫວູທິແທງທື ຍາດໄດ້ລາງວັນທີໜຶ່ງໃນການເສັງ. ແທງທື ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ແຕ້ມພາບແຜ່ນນີ້ປະລາໄຊ 2 ເທື່ອ. ຮູບພາບທຳອິດກໍ່ຄ້າຍຄືພາບແຕ້ມຍາດໄດ້ລາງວັນແຕ່ມັນບໍ່ງາມປານໃດ. ທຳອິດຂ້າພະເຈົ້າໄດ້ທ່ານ້ຳສີ ແຕ່ສີມັນຈືດບໍ່ງາມປານໃດ ດັ່ງນັ້ນຂ້າພະເຈົ້າຕ້ອງແຕ້ມຄືນເປັນ 2 ເທື່ອ ແລະ ໃນເວລາ 2 ວັນຈຶ່ງແຕ້ມສຳເລັດຮູບພາບນີ້.”

ໂດຍມີແຫຼ່ງອາລົມມາຈາກແມ່ທີ່ເຄົາລົບຮັກຂອງຕົນ, ເຈີ່ນມີງຟາ (ເກີດປີ 1999) ສາມາດເກ້ຍກອມຄະນະກຳມະການໄດ້ ດ້ວຍບັນດາລວດລາຍທີ່ປະທັບໃຈໃນພາບແຕ້ມທີ່ມີຊື່ວ່າ “ລອງອານ” ຜ່ານຮູບພາບຜູ້ສາວຄົນໜຶ່ງ. ມີງຟາ ໄດ້ສະແດງຄວາມຮັກຂອງຕົນຕໍ່ແມ່ - ເຊິ່ງເປັນຜູ້ສຸດຈິດສຸດໃຈ ທັງວັນ ແລະ ຄືນ ເພື່ອເບິ່ງແຍງ, ລ້ຽງດູຕົນເອງ. ມີງຟາ ໄດ້ແບ່ງປັນວ່າ “ພວກເຮົາມີຫຼາຍສະຖານທີ່ເພື່ອໄປຢາມ ແຕ່ ມີສະຖານທີ່ໜຶ່ງດຽວເພື່ອກັບຄືນສູ່ນັ້ນແມ່ນບ້ານເກີດເມືອງນອນ ແລະ ແມ່ກໍ່ແມ່ນບ້ານເກີດເມືອງນອນ”.

“ຖົ່ວດິນແມ່ນອາຫານທີ່ເປັນເອກະລັກສະເພາະຂອງແຂວງ ລອງອານ ດັ່ງນັ້ນຂ້າພະເຈົ້າໄດ້ນຳໃຊ້ໝາກຖົ່ວດິນ ເພື່ອຈັດໃນຜົມຂອງຜູ້ສາວ. ຜ່ານນັ້ນ, ໄດ້ປະກອບສ່ວນເຮັດໃຫ້ຮູບແຕ້ມນາງສາວ ລອງອານ ມີຊີວິດຊີວາຕື່ມອີກ”

ຫວູທິແທງທື ພ້ອມກັບໝູ່ເພື່ອນ

ພາບແຕ້ມ “ໝີທໍ” ຂອງ ຟ້າມທຽນຟູ໋ (ເກີດປີ 1994), ໄດ້ວາດພາບເຖິງຮູບພາບນະຄອນ ໝີທໍ, ເຊິ່ງແມ່ນສະຖານທີ່ມີແມ່ນ້ຳ ຕ່ຽນ ອ້ອມຮອບເຂດຊຸມຊົນ, ຄືດັ່ງຮູບພາບແມ່ພວມ ໄດ້ອຸ້ມລູກສາວຂອງຕົນ. ພາບແຕ້ມເຫຼົ່ານີ້ ໄດ້ຮັບການຕີລາຄາສູງຍ້ອນໄດ້ປະສານບັນດາຮູບພາບ ແລະ ສັນຍາລັກບ້ານເກີດເມືອງນອນ, ທັງມີເລື່ອງລາວ ກ່ຽວກັບປະຫວັດສາດ, ສະຖາປັດຕະຍາກຳ, ວັດທະນະທຳ, ມະນຸດ… ເມື່ອແນະນຳເຖິງເພື່ອນມິດສາກົນ. ທຽນຟູ໋ ໄດ້ແບ່ງປັນວ່າ:

“ໃນຄວາມຄິດຂອງຕົນ, ໝີທໍ ແມ່ນນະຄອນບໍ່ພຽງແຕ່ງາມແບບມູນເຊື້ອເທົ່ານັ້ນ ຫາກຍັງມີບັນດາຄວາມງາມແບບທັນສະໄໝ ຜ່ານຮູບພາບແມ່ນ້ຳ ຕ່ຽນ ໄຫຼອ້ອມຮອບ ໝີທໍ, ໃຫ້ດິນສັນດອນ ຄືດັ່ງຮູບພາບແມ່ອຸ້ມລູກສາວຂອງຕົນ.”

ເມື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບການເສັງ, ທ່ານນາງ ຮ່າທິຮັ່ງ, ຜູ້ອຳນວຍການບໍລິຫານງານສະຖາບັນອອກແບບ ແລະ ແຟຊັນ ລອນດອນ, ໃຫ້ຮູ້ວ່າ:

“ປະເທດ ຫວຽດນາມ ຂອງພວກເຮົາງາມຫຼາຍ ແລະ ດຶວດູດໃຈຜູ້ທີ່ໄດ້ມາຢ້ຽມຢາມ ຫວຽດນາມ ແລ້ວ, ແຕ່ພວກເຮົາບໍ່ທັນມີຮູບພາບທີ່ເປັນສັນຍາລັກ, ເປັນເອກະລັກສະເພາະສຳລັບແຕ່ລະເຂດ, ພາກໃນທົ່ວປະເທດ. ດ້ວຍການເສັງນີ້ ພວກຂ້າພະເຈົ້າຫວັງວ່າ: ຫວຽດນາມ ຈະສ້າງບັນດາຮູບພາບທີ່ເປັນເອກະລັກສະເພາະຄືປະເທດຕ່າງໆ.”

ຮູບພາບກ່ວາ 500 ແຜ່ນຢູ່ທຸກແຖບຖິ່ນຂອງປະເທດຊາດໄດ້ປະກອບສ່ວນສ້າງຮູບພາບກ່ຽວກັບ ຫວຽດນາມ ເຕັມໄປດ້ວຍຫົວຄິດປະດິດສ້າງ, ໃໝ່ອ່ຽມ ແລະ ມີລັກສະນະນຳໃຊ້ສູງໃນຂົງເຂດອອກແບບ ແລະ ໂຄສະນາດ້ວຍຮູບພາບ. ຄືດັ່ງຄຳເວົ້າຂອງທ່ານ Richard Child, ຄະນະກຳມະການກວດສອບການເສັງ ຫວຽດນາມ - ບ່ອນທີ່ຂ້າພະເຈົ້າດຳລົງຊີວິດ, ມີຫຼາຍພາບແຕ້ມມີຫົວຄິດປະດິດສ້າງ, ພິເສດ ມີຫຼາຍພາບແຕ້ມຍາດໄດ້ລາງວັນມີລັກສະນະໂຄສະນາເປັນຢ່າງດີ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຂົງເຂດອອກແບບຈິດຕະກຳຢູ່ ຫວຽດນາມ ພວມພັດທະນາແຮງ ແລະ ອະນາຄົດຂອງຂະແໜງນີ້ຢູ່ ຫວຽດນາມ ຈະມີຄວາມສາມາດບົ່ມຊ້ອນທີ່ສຸດ.